ວຽງທອງ ຈັດກອງປະຊຸມວຽກງານລະດົມພົນ ປີ 2020


ຕອນເຊົ້າຂອງວັນທີ 21 ຕຸລາ 2020 ຢູ່ຫ້ອງປະຊຸມ ກອງບັນຊາການທະຫານເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມວຽກງານລະດົມພົນ ປີ 2020 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະກໍາມະການລະດົມພົນຂັ້ນເມືອງ, ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.


ກອງປະຊຸມໄດ້ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານລະດົມພົນ, ຜ່ານຄໍາສັ່ງເພີ່ມເຕີມຂອງກົມໃຫຍ່ເສນາທິການກອງທັບ, ບົດສະຫຼຸບວຽກງານລະດົມພົນທະຫານໃໝ່ ປະຈໍາປີ 2019 ແລະ ແຜນການລະດົມພົນ ປີ 2020.

    ປີ 2019 ຜ່ານມາ ເມືອງວຽງທອງ ສາມາດລະດົມພົນໄດ້ຕາມຕົວເລກຄາດໝາຍທີ່ຂັ້ນເທີງແບ່ງປັນໃຫ້ ຈໍານວນ 22 ຄົນ, ສະເພາະແຜນການຕົວເລກຄາດໝາຍລະດົມພົນທະຫານໃໝ່ ປີ 2020 ທີ່ຂັ້ນເທີງມອບໃຫ້ເມືອງແມ່ນ ຈໍານວນ 13 ຄົນ.

    ໃນການຄັດເລືອກເອົາທະຫານໃໝ່ ແມ່ນຕ້ອງປະຕິບັດຕາມມາດຖານ-ເງື່ອນໄຂ ຂອງທະຫານພັນທະ ເຊິ່ງຈະໄດ້ກວດປະຫວັດ, ສຸຂະພາບ ແລະ ເງື່ອນໄຂອື່ນໆ ທີ່ກ່ຽວຂ້ອງ ທັງນີ້ ກໍ່ເພື່ອໃຫ້ໄດ້ກຳລັງພົນ ທີ່ເຂັ້ມແຂງ ປອດໃສ ແລະ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຢ່າງເຕັມປະສິດທິພາບ.

About admin11