ປກສ ກຸ່ມບ້ານຫ້ວຍຄຸນ ເປີດປະຊຸມ ໂຄງການ ແກ້ໄຂ ແລະ ສະກັດກັ້ນ ການແຜ່ລະບາດຢາເສບຕິດ

 

 

 

 


ໃນຕອນເຊົ້າຂອງວັນທີ່ 15 ຕຸລາ 2020 ຢູ່ທີ່ຫ້ອງການ ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ເປິດກອງປະຊຸມ “ໂຄງການ ແກ້ໄຂ ແລະ ສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ” ໂດຍການເປັນປະທານຂອງທ່ານ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄມທອງ ແກ້ວວຽງຄຳ ຮອງເຈົ້າເມືອງບໍລິຄັນ, ມີອຳນາດການປົກຄອງບ້ານ 8 ບ້ານ, ມີກໍາລັງ ປກຊ, ປກສ ບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານຫ້ວຍຄູນ ເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງລາຍງານກ່ຽວກັບການສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ຈາກ ຜູ້ຮັບຜິດຊອບ ປກສ ກຸ່ມຫ້ວຍຄຸນ ວ່າ:

         ໃນໄລຍະ 1 ປີ ຜ່ານມາ ຄະນະຮັບຜິດຊອບ ໄດ້ລົງເກັບກຳຂໍ້ມູນນຳອຳນາດການປົກຄອງບ້ານ, ປກສ ບ້ານ, ນຳເອົານິຕິກຳ, ກົດໝາຍວ່າດ້ວຍຢາເສບຕິດ ລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນ ແລະ ບັນດາເປົ້າໝາຍໄດ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ສຶບສວນ-ສອບສວນ ຂັ້ນພື້ນຖານຕາມຫຼັກການວິຊາສະເພາະ, ສຶກສາອົບຮົມບັນດາເປົ້າໝາຍໃຫ້ເຂົ້າໃຈແຈ້ງຕໍ່ຈຸດປະສົງຂອງໂຄງການດັ່ງກ່າວ, ຕໍ່ກັບເປົ້າໝາຍເສບທີ່ເຂົ້າຮ່ວມ ຕ້ອງຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ວ່າ ຜ່ານມາໄດ້ເສບໜັກ ຫຼື ເບົາ, ຕໍ່ກັບເປົ້າໝາຍທີ່ບໍ່ມີຄວາມຕື່ນຕົວມາເຂົ້າຮ່ວມ ແມ່ນມອບໃຫ້ກຳລັງ ປກຊ, ປກສ ບ້ານ ນຳຕົວມາກວດນ້ຳປັດສະວະ, ຖ້າກວດພົບສານເສບຕິດຈະນໍາມາສືບສວນ-ສອບສວນ ເອົາຄຳໃຫ້ການ, ພິມລາຍມື, ຖ່າຍຮູບ, ສຶກສາອົບຮົມກ່າວເຕືອນ ພ້ອມທັງຂຽນໃບປະຕິຍານໃຫ້ຢຸດເຊົາ, ສ່ວນເປົ້າໝາຍເສບຢາເສບຕິດມາດົນ ແລະ ບໍ່ມີຄວາມສາມາດຈະຢຸດເຊົາໄດ້ ແມ່ນມອບໃຫ້ອຳນາດການປົກຄອງບ້ານ ກໍ່ຄືຜູ້ເປັນພໍ່-ແມ່ ໃຫ້ປະກອບເອກກະສານ ນຳເອົາລູກຫຼານຂອງຕົນ ໄປຝາກບຳບັດ ດັດສ້າງຢູ່ສູນໜອງດົງ ແຂວງ ບໍລິຄຳໄຊ, ເປົ້າໝາຍທີ່ບໍ່ຢູ່ບ້ານ ແມ່ນມອບໃຫ້ອຳນາດການປົກຄອງບ້ານ ກໍາລັງ ປກຊ-ປກສ ບ້ານ ຄຸ້ມຄອງຕິດຕາມການເຄື່ອນໄຫວ ພ້ອມທັງລາຍງານໃຫ້ ປກສ ກຸ່ມບ້ານ, ປກສ ເມືອງບໍລິຄັນ ຢ່າງເປັນປົກກະຕິ, ຕໍ່ກັບເປົ້າໝາຍຄ້າ-ຂາຍ ແລະ ເສບຢາເສບຕິດມາເປັນອາຈີນ, ເຄີຍສືກສາອົບຮົມ ແລະ ຖືກສານຕັດສີນມາກ່ອນຕ້ອງນຳຕົວມາກວດນ້ຳປັດສະວະ, ຖ້າພົບສານເສບຕິດ ກໍ່ໃຫ້ນຳມາດຳເນີນຄະດີຕາມຂະບວນການຍຸຕິທຳ, ສ່ວນເປົ້າໝາຍທີ່ມີຄວາມຈິງໃຈລາຍງານ ແລະ ຈະຢຸດເຊົາແມ່ນມອບໃຫ້ ປກສ ກຸ່ມຫ້ວຍຄູນ , ປກສ ບ້ານ ແລະ ອຳນາດການປົກຄອງບ້ານ ຄຸ້ມຄອງຕິດຕາມການເຄື່ອນໄຫວເປັນປົກກະຕິ. ຜ່ານຂະບວນການດັ່ງກ່າວ ຖ້າຍັງເຫັນບັນດາເປົ້າໝາຍ ບໍ່ຢຸດເຊົາ ແລະ ຍັງສຶບຕໍ່ຄ້າ-ຂາຍ, ເສບຢາເສບຕິດອີກ ໃຫ້ນຳຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ ແຫ່ງ ສປປ ລາວ.
ໂອກາດດຽວກັນນັ້ນ ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍ ໃຫ້ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນໄລຍະໜື່ງປີທີ່ຜ່ານມາ, ໃຫ້ກຽດຂື້ນມອບໃບຍ້ອງຍໍໂດຍທ່ານ ພັທ ແກ້ວສຸວັນ ວັນນະແຝງຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ.

About admin11