ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາຜູ້ໃໝ່

   

ພິທີປະກາດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2020 ຢູ່ຫ້ອງປະຊຸມພະແນກດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ມີຄະນະພະແນກ, ພະນັກງານລັດຖະກອນ ພາຍໃນພະແນກສາທາ ແລະ ໂຮງໝໍແຂວງເຂົ້າຮ່ວມ.

ທ່ານ ບຸນສົງ ເພັດຈະເລີນ ຮັກສາການຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງເລກທີ 316/ຂບຊ, ແລະ ຂໍ້ຕົກລົງເລກທີ 317/ຂບຊ, ລົງວັນທີ 23 ມິຖຸນາ 2020 ຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຍົກຍ້າຍ ທ່ານ ດຣ ຈັນທອນ ຄູຫາເທບ ຮອງອຳນວຍການໂຮງໝໍແຂວງ ມາເປັນຮອງຫົວໜ້າພະແນກສາທາລະນະສຸກແຂວງຄົນໃໝ່.

 ທ່ານ ບຸນຄຳ ໄຊເຍ່ຍລໍວື່ ໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງ, ຍົກຍ້າຍ ພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ໂດຍພາວະວິໃສ  ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະ,  ທ່ານຍັງໄດ້ນັ້ນໃຫ້ຄະນະພະແນກຄົນໃໝ່ ພ້ອມດ້ວຍພະນັກງານລັດຖະກອນທຸກຄົນ ຈົ່ງມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນປຶກແຜ່ນ, ມີການຖອດຖອນບົດຮຽນຂອງແຕ່ລະວຽກງານຢ່າງເປັນປະຈຳ ເພື່ອແກ້ໄຂບາງຈຸດອ່ອນຂໍ້ຄົງຄ້າງ ແລະ ປັບປຸງຂັ້ນຂອດການບໍລິການ ໃຫ້ມີຄຸນນະພາບສອດຄ້ອງກັບຕົວຈິງ, ຊຸກຍູວຽກງານສາທາລະນະສຸກ ໃຫ້ລົງເຖິງຮາກຖານທ້ອງຖິ່ນເຂດຫ່າງໄກ, ປັບປຸງຍົກລະດັບໂຮງໝໍເມືອງ ແລະ ສຸກສາລາ ໃຫ້ມີຄຸນນະພາບຂຶ້ນກ່ວາເກົ່າ ເຮັດໃຫ້ຊີວິດ ແລະ ສຸຂະພາບ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການບໍລິການດີຂຶ້ນເປັນກ້າວໆ.

 

About admins14