ປະຫວັດຫໍຫຼັກເມືອງ ມີ່ງມຸງຄຸນ ຂອງແຂວງບໍລິຄຳໄຊ

ຫໍຫຼັກເມືອງ ໝາຍເຖີງເຄື່ອງໝາຍທາງດ້ານພູມສາດ, ໝາຍເຖີງທີ່ຕັ້ງຖີ່ນຖານຂອງຊູມຊົນ, ກູ່ມຄົນທີ່ດຳລົງຊີວິດ ຢູ່ໃນຜືນແຜ່ນດິນອັນຄົບຖ້ວນຂອງປະເທດໃດປະເທດໜື່ງ ຢູ່ໃນໂລກ, ນັບແຕ່ບູຮານຈົນເຖີງປະຈຸບັນ ກູ່ມຄົນທີ່ດຳລົງຊີວິດໃນສັງຄົມ, ນ້ອຍ, ໃຫຍ່ ລ້ວນແລ້ວແຕ່ຈະສ້າງຫຼັກບ້ານ, ຫຼັກເມືອງຂອງຕົນຂື້ນ ທີ່ບົ່ງບອກເຖີງການຕັ້ງຖີ່ນຖານຂອງກຸ່ມຄົນ ທີ່ດຳລົງຊີວິດໃນຜືນແຜ່ນດິນອັນຄົບຖ້ວນຂອງຕົນເອງ.

ແຂວງບໍລິຄຳໄຊ     ນັບແຕ່ມື້ສ້າງຕັ້ງແຂວງ ໃນວັນທີ 6 ມີນາ 1984 ເປັນຕົ້ນມາຈົນມາຮອດປະຈຸບັນນີ້ ຍັງບໍ່ທັນມີເອກະລັກທີ່ບົ່ງບອກເຖີງການຄັ້ງຖີ່ນຖານຂອງຕົນ ເພື່ອເປັນການຢັ້ງຢືນໃຫ້ເຫັນເຖີງຫລັກຖານຂອງການສ້າງຕັ້ງບ້ານ-ເມືອງໃນໄລຍະຜ່ານມາ, ຍ້ອນແນວນັ້ນຄະນະບໍລິຫານງານພັກແຂວງ ສະໃໝທີ VII ຊື່ງນໍາພາໂດຍ ທ່ານເຈົ້າແຂວງໆ ບໍລິຄໍາໄຊ ທ່ານ ປອ ກອງແກ້ວ ໄຊສົງຄສາມ ພ້ອມດ້ວຍການນຳຂອງແຂວງທຸກທົ່ວໜ້າ ເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ, ຈື່ງໄດ້ມີແນວຄິດລິເລີ້ມ ແລະ ນໍາພາ-ຊີ້ນໍາໂດຍກົງ ຕໍ່ວຽກງານການຫ້າງຫາກະກຽມສ້າງຫໍຫລັກເມືອງຂອງແຂວງບໍລິຄໍາໄຊ ໂດຍເນັ້ນ ໃຫ້ໄດ້ລົງມືຈັດຕັ້ງປະຕິບັດໂດຍໄວ ຖືກຕາມຮີດຄອງປະເພນີ, ທັງໃຫ້ມີຄວາມໂດດເດັ່ນ, ສະຫງ່າງາມ  ຖືກຕາມເອກກະລັກສະເພາະຂອງຊາດ ແລະ ຂອງແຂວງບໍລິຄໍາໄຊ.

       ໂຄງການສ້າງຫໍຫຼັກເມືອງ ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 528/ຂບຊ, ລົງວັນທີ 04 ກັນຍາ 2023 ວ່າດ້ວຍການຮັບຮອງເອົາການສ້າງຫໍຫຼັກເມືອງ ແລະ ຮູບແບບການກໍ່ສ້າງ ທີ່ເປັນເອກະລັກສະເພາະ ແລະ ແຕ່ງຕັ້ງຄະນະປະທານທີ່ປຶກສາ, ຄະນະຮັບຜິດຊອບຊີ້ນໍາລວມ,ຄະນະວິຊາການ ແລະ ອານຸກໍາມະການຊ່ວຍວຽກ ໃນການກຽມສ້າງຫໍຫຼັກເມືອງ      ສະບັບເລກທີ 530/ຂບຊ, ລົງວັນທີ 04 ກັນຍາ 2023

       ຂັ້ນຕອນການຈັດຕັ້ງປະຕິບັດ ແມ່ນພະແນກ ຖວທ ແຂວງ ເປັນໃຈກາງ ຮ່ວມກັບກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ອອກແບບ ແລະ ສະພາອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບກົມມໍລະດົກ ກະຊວງ ຖວທ ເປັນຜູ້ຮັບເໝົາການກໍ່ສ້າງ.

ໃນວັນພຸດທີ່ 6 ກັນຍາ 2023  ເວລາ 7:00 ໂມງ ກົງກັບມື້ ຂື້ນ 6 ຄໍ່າ ເດືອນ 9 ພສ 2566 ໄດ້ມີພິທີສ່ຽງຈຸດທີ່ຕັ້ງຫໍ່ຫຼັກເມືອງ.

ໃນວັນເສົາທີ່ 9 ເດືອນ9 ຄສ 2023 ເວລາ 9:00 ໂມງເຊົ້າ, ໃນມື້  ຂື້ນ 9 ຄໍ່າ ເດືອນ 9 ພສ 2566 ໄດ້ຈັດພິທີ ຍົກເສົາເອກ-ເສົ່າຂວັນຂຶ້ນ, ເປີດປ້າຍສີລາລຶກສ້າງຫໍຫລັກເມືອງ ຂື້ນຢ່າງເປັນທາງການ , ເຊີ່ງໄດ້ເລີ່ມພິທີທາງສາສະໜາ ຕາມຮີດຄອງປະເພນີ ແລະ ພິທີທາງການ ດ້ວຍການສູນໄຊຍັນໂຕພຣະສົງ 9 ອົງ, ແລະ ລັ້ນຄ້ອງ 9 ບາດ ເພື່ອເປັນສັນຍານບົ້ງບອກວ່າການສ້າງຫໍຫລັກເມືອງແມ່ນໄດ້ເລີມລົງມືສ້າງເປັນທາງການນັບແຕ່ມື້ນີ້ເປັນຕົ້ນໄປ.

ການກໍ່ສ້າງໄດ້ດຳເນີນໄປເປັນເວລາ 9 ເດືອນໄດສຳເລັດ ຢ່າງສົມບູນ ມາຮອດວັນທີ 22 ພຶດສະພາ 2024 ກົງກັບມື້ 15 ຄ່ຳ ເດືອນ 6 ພສ 2567 ກໍ່ໄດ້ມີພິທີ ສົມໂພດຫໍຫຼັກເມືອງມີ່ມູງຄຸນຂອງແຂວງຂື້ນຢ່າງເປັນທາງການ ໂດຍເປັນກຽດເຂົ້້າຮ່ວມ ຂອງທ່ານ ບົວສອນ ບຸບຜາວັນ ອາດີດ ນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດ, ສັງຄົມແຫ່ງຊາດ, ອາດີດເຈົ້າແຂວງບໍລິຄຳໄຊ, ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂອງແຂວງ, ພະພິກຂຸສົງ ແລະ ປະຊາຊົນພາຍໃນແຂວງເຂົ້າຮ່ວມ.

ຫໍ່ຫລັກເມືອງຂອງແຂວງບໍລິຄຳໄຊ ມີກວ້າງ 6 X 6 ແມັດ, ຍົກພື້ນສູງ 1,50 ແມັດ,ມີຂັ້ນໃດທາງຂຶ້ນ 4 ດ້ານ, ຫ້ອງສຳລັບຕັ້ງຫລັກເມືອງ ມີຂະໜາດ 5,90 X 5,90 ແມັດ, ເທີງເພດານມີແປຊ້ອນກັນ 3 ຖ້ານ 5.ແມັດ, ເຊີ່ງໝາຍເຖີງມະນຸດສາໂລກ, ເທວະໂລກ ແລະ ສະຫວັນນະໂລກ, ສ່ວນທີ່ເປັນ 4 ລ່ຽມເອີ້ນວ່າເຕົ້າເຈດີສູງ 1,5 ແມັດ, ຍອດຊໍ່ຟ້າສູງ 4 ແມັດ ໂອບດ້ວຍຄຳສົດ 76 ບາດ, ມີລວງສູງລວມທັງໝົດ: 17,9 ແມັດ, ໃຊ້ງົບປະມານໃນການກໍ່ສ້າງທັງໝົດ 8 ຕື້ກວ່າກີບ.

ເສົາຫຼັກເມືອງແມ່ນເຮັດດ້ວຍໄມ້ຄູນ ມີຄວາມຍາວເທົ່າກັບ 1 ວາ ຫຼືເທົ່າກັບ:167 ຊມ ໂອບດ້ວຍຄຳປີວ 60 ແຜ່ນ

ໃນວັນທີ 23 ກັນຍາ 2023 ເວລາ 10 ໂມງ ໄດ້ມີພິທີອັງເຊີນຕົ້ນຄູນທີ່ຈະມາເຮັດເສົາຫຼັກເມືອງ ມາຈາກບ້ານດອນໄຊ ເມືອງປາກກະດິງ ແຂວງບລິຄຳໄຊ ການອັງເຊີນນັ້ນແມ່ນມີພິທີແຫ່ມາຕາມສາຍທາງເລກທີ 13 ໃຕ້ ແຕ່ບ້ານດອນໄຊ ຫາເທດສະບານເມືອງປາກຊັນ ໄລະຍະທາງ 40 ກວ່າກິໂລແມັດ ຢ່າງເປັນຂະບວນພົດຟື້ນ ແລ້ວເຄື່ອນຍ້າຍມາປະທັບໄວ້ຢູ່ສວນສາທາລະນະທ່ານ ສີສົມພອນ ບ່ອນສ້າງຫໍຫຼັກເມືອງ.

ຄວາມໝາຍຂອງຕົ້ນຄູນ……ເປັນໄມ້ທີ່ມີຄວາມພິເສດກວ່າໄມ້ທັງປວງ, ມີຄວາມສໍາຄັນສູງສົ່ງ, ເປັນໄມ້ມຸງຄຸນທີ່ມີລາສີສູງເດັ່ນທີ່ຄູນບ້ານ-ຄູນເມືອງ, ໂດຍທໍາມະຊາດຂອງໄມ້ຄູນ: ເປັນໄມ້ທີ່ລໍາຕົ້ນໃຫຍ່ມີລວງສູງສຽດຟ້າ ອັນປຽບເໝືອນບູນຍາປາຣະມີສູງສົ່ງທີ່ຈະພາໃຫ້ບ້ານເມືອງພຸ້ງພົ້ນສູ່ຄວາມຈະເລີນຮຸ່ງເຮືອງວັດທະນາຖາວອນ, ເປັນລໍາຕົ້ນທີ່ກ້ຽງກົມຕັ້ງຊື່ສູງສະຫງ່າ ອັນປຽບເໝືອນຄວາມຊື່ຕົງທ່ຽງທໍາແຫ່ງການປົກຄອງບ້ານເມືອງ, ເປັນຕົ້ນໄມ້ທີ່ເກີດຢູ່ປ່າແຄມບ້ານ ແຕ່ຊໍ້າພັດເຕີບໃຫຍ່ໄດ້ຢ່າງສົມບູນ ອັນປຽບເໝືອນຄວາມຜິດສະດານແຫ່ງການຜ່ານມາຜ່າສັບພະສີງອຸປະສັກ ແລະ ບັນດານໃຫ້ເກີດຄວາມອຸດົມສຸມບູນ ແລະ ຮົ່ມເງົາແກ່ສີ່ງທີ່ມີຊີວິດທັງປວງ, ເປັນໄມ້ທີ່ມີຄວາມຄໍ້າຄູນສູງເດັ່ນດັ່ງຄວາມເປັນສິຣິແຫ່ງພິພົບ ແລະ ເປັນຄວາມນິຍົມຊົມຊອບ ແລະ ບູນຍາປາຣະມີຂອງຊາວເມືອງທີ່ໄດ້ມາສັກກາລະບູຊາ

 

– ມີນາກປັ້ນຢູ່ຂັ້ນໃດທາງຂຶ້ນທັງ 4 ດ້ານ: ເປັນຫົວເປັນນາກ: ສຸຂະຫັດຖີນາກ ແລະ ສັງຄະລານາກ….ຕາມຕໍານານໃນຄັ້ງພຸດທະການສະໄໝພະເຈົ້າເລາະລຽບໂລກເພື່ອໂຜດສັດ ແລະ ໄດ້ມານັ່ງສັນເພັນຢູ່ໂພນສັນ,

– ໃບສີມມາ 5 ກີບເທີ່ງສຸມປະຕູພະທາດພະບາດ ເຊີງເປັນຕົ້ນແບບດ້ານວຽກງານວິຈິດສີນ, ຈື່ງໄດ້ເອົາມາໃສ່ເທີ່ງສຸມປະຕູຫໍ່ຫລັກເມືອງທາງເຂົ້າທັງ 4 ດ້ານ, ມີໃບສີມມາ 5  ກີບມີຄວາມໝາຍແທນພະເຈົ້າ 5 ພະອົງ ເພື່ອປົກປ້ອງຄຸ້ມຄອງແກ່ຜູ້ທີ່ຜ່ານເຂົ້າໄປເພື່ອກາບໄຫວ້ຢູ່ໃນຫໍຫຼັກເມືອງ ໃຫ້ມີແຕ່ຄວາມຢູ່ເຢັນເປັນສຸກ ແລະ ມີໂຊກລາບສົມຄວາມປາດຖະໜາທັງໃນຊີວິດທັງປວງ.

– ເຕົ້າ 4 ລ່ຽມສ່ວນເທີງຂອງຫໍຫລັກເມືອງໃຫ້ເຮັດຄືຕົ້ນແບບເຕົ້າ 4 ລ່ຽມຂອງທາດພະບາດ ແລະ ມີລາຍດອກບົວດ້ານລະ 10 ດອກ 4 ດ້ານ= 40 ດອກ, ເພື່ອໃຫ້ມີຄວາມໝາຍແຂວງບໍລິຄໍາໄຊສ້າງຕັ້ງມາໄດ້ 40 ປີ

 

About admin11