ໃນວັນທີ 25 ພຶດສະພາ 2025 ທີ່ ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາພາກກາງລາວ ທີ່ ແຂວງສະຫວັນນະເຂດ, ການນໍາແຂວງບໍລິຄຳໄຊ ນໍາໂດຍ ສະຫາຍ ປອ ດວງຕາ ມໍລະຄາສຸກ, ຄະນະປະຈໍາພັກແຂວງ, ປະທານກວດກາພັກລັດແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນແຂວງ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາ ໄຫວ້ອາໄລເຖີງດວງວິນຍານຂອງ ສະຫາຍ ເຈິ່ນ ດຶກເລືອງ ອາດີດ ກົົມການເມືອງສູນກາງພັກ, ອາດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ ແລະ ພ້ອມທັງໄດ້ຮ່ວມຂຽນປຶ້ມໄວ້ອາໄລ ເຊີ່ງມີເນື້ອໃນດັ່ງນີ້:
ການຈາກໄປຂອງ ສະຫາຍ ເຈີນ ດຶກເລືອງ ຖືເປັນການສູນເສຍບຸກຄະລາກອນທີ່ສໍາຄັນ ແລະ ເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ; ຕະຫຼອດຂອງຊີວິດສະຫາຍ ໄດ້ອຸທິດຕົນຢ່າງບໍ່ລົດລະ ເພື່ອພາລະກິດການປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນໍາພາປະຊາຊົນຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ໄດ້ປະກອບສ່ວນອັນລໍ້າຄ່າເຂົ້າໃນການສ້າງສາ ແລະ ປົກປັກຮັກສາສັງຄົມນິຍົມ.
ສະຫາຍ ເຈີນ ດຶກ ເລືອງ ເປັນມິດສະຫາຍຜູ້ຍິ່ງໃຫຍ່ ແລະ ເປັນແບບຢ່າງອັນດີງາມຂອງການເສຍສະຫຼະ ເພື່ອຊາດ, ເພື່ອປະຊາຊົນ, ການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຈະຖືກຈາລຶກໄວ້ໃນປະຫວັດສາດ ແລະ ຢູ່ໃນດວງໃຈຂອງປະຊາຊົນຫວຽດນາມ ຕະຫຼອດໄປ.