ໃນວັນທີ 05 ມີນາ 2025 ນີ້ຢູ່ທີ່ ຟາມລ້ຽງສັດຂອງບໍລິສັດວັນນະແສງການຄ້າ ຈໍາກັດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ກອງກວດປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ຈັດພິທີມອບສັດປ່າປະເພດຫວງຫ້າມບັນຊີ 1 ເປັນໂຕໝີ ຈໍານວນ 2 ໂຕ (ເພດຜູ້ ແລະ ເພດແມ່) ນໍ້າໜັກ 70 ກິໂລກຼາມ ໃຫ້ກັບໂຄງການອານຸຮັກໝີລາວ (FREETHEBEARS) ປະຈໍາແຂວງ ຫຼວງພະບາງຂື້ນ ໂດຍເປັນກຽດມອບຂອງທ່ານ ໄພເດດ ພັນທະວົງ ຫົວໜ້າກອງກວດກາປ່າໄມ້ແຂວງບໍລິຄໍາໄຊ ແລະ ຕ່າງໜ້າກ່າວຮັບໂດຍ ທ່ານ ລຸກ ບຣານນູນ ( Luke BRANNON ) ຕາງໜ້າໂຄງການອານຸຮັກໝີລາວ ປະຈໍາແຂວງ ຫຼວງພະບາງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ວິທະຍາ ໂຄດພິທູນ ຮອງຫົວໜ້າພະແນກສັດນໍ້າ-ສັດປ່າ ກົມກວດກາປ່າໄມ້, ມີຫົວໜ້າຫ້ອງການກະສິກໍາປ່າໄມ້ເມືອງ, ພະນັກງານກອງກວດກາປ່າໄມ້ແຂວງ-ເມືອງ ເຂົ້າຮ່ວມເປັນສັກຂີພິຍານ.
ໝີຈຳນວນດັ່ງກ່າວນີ້ ແມ່ນໄດ້ມາຈາກການຢືດຈາກການລັກລອບຄ້າຂາຍສັດປ່າຫວງຫ້າມບັນຊີ 1 ຂອງກຸ່ມຄົນບໍ່ດີ ໃນໄລຍະຜ່ານມາ ໃນຊ່ວງໄລຍະການດຳເນີນຄະດີຂອງບຸກຄົນລັກລອບຄ້າຂາຍສັດປ່າບໍ່ຖືກຕ້ອງຕາມກົດໝາຍ ພະແນກກະສິກຳປ່າໄມ້ແຂວງໄດ້ນຳ ເອົາໝີ ຈຳນວນ 2 ໂຕ ດັ່ງກ່າວໄປຝາກຟາມລ້ຽງສັດຂອງບໍລິສັດວັນນະແສງ ຈຳກັດ ເປັນຜູ້ເບີ່ງແຍງດູແລ ພ້ອມທັງພື້ນພູສຸຂະພາບໝີໃຫ້ມີຄວາມແຂງແຮງ, ພາຍຫຼັງການດຳເນີນຄະດີກັບກຸ່ມຄົນລັກລອບຄ້າຂາຍສັດຫວງຫ້າມປະເພດ 1 ຄືໂຕໝີ ຈຳນວນ 2 ໂຕນີ້ ບວກໃສ່ການບຳລູງຮັກສາສຸຂະພາບສັດດັ່ງກ່າວໃຫ້ແຂງແຮງ ກອງກວດກາປ່າໄມ້ແຂວງບໍລິຄຳໄຊ ຈື່ງໄດ້ຈັດພິທີມອບ ໝີ ຈຳນວນ 2 ໂຕ ໃຫ້ກັບໂຄງການອານຸຮັກໝີລາວ ປະຈໍາແຂວງ ຫຼວງພະບາງ ເປັນຜູ້ເບີ່ງແຍງດູແລຕໍ່ໄປ.