ກອງປະຊຸມ ເປີດວຽກງານກໍ່ສ້າງຮາກຖານການເມືອງ ເຂດຈຸດສຸມໃຈກາງ ບ້ານສີວິໄລ


ໃນວັນທີ 8 ຕຸລາ 2020 ຢູ່ຫ້ອງການບ້ານ ສີວິໄລ, ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ເຂດຈຸດສຸມຫຼໍ່ແຫຼມໃຈກາງ ບ້ານ ສີວິໄລ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຮອງກອງບັນຊາການ ປກສ ເມືອງ, ຫົວໜ້າກອງບັນຊາການ ປກຊ ເມືອງ, ຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານປະຈໍາຈຸດຫຼ່ໍແຫຼມ, ການຈັດຕັ້ງບ້ານ, ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ພິທີ ໄດ້ຜ່ານບັນດາເອກະສານກ່ຽວກັບສະພາບການຂອງໂລກ ແລະ ພາກພື້ນ ໂດຍສະເພາະແມ່ນກົນອຸບາຍຂອງສັດຕູ, ອິດທິກໍາລັງປໍລະປັກຕໍ່ປະເທດເຮົາ, ຜ່ານທິດທາງໜ້າທີ່, ວິທິຊີ້ນໍາການຕໍ່ສູ້ ແລະ ບັນດາວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ຜ່ານບັນດາເອກະສານໃນການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການ, ເອກະສານຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ, ເນື້ອໃນບາງມາດຕາຂອງກົດໝາຍອາຍາ ທີ່ກ່ຽວພັນກັບການກະທໍາຜິດຕໍ່ເສດຖະກິດ – ອາຍາ ເປັນຕົ້ນແມ່ນບັນຫາ 4 ເຖື່ອນ, ການປູກສິ່ງທີ່ຜິດກົດໝາຍ, ການຄ້າ-ຂາຍສິ່ງເສບຕິດ, ການລ່າເນື້ອ, ການທໍາລາຍປ່າໄມ້ ແລະ ການກໍ່ຄວາມວຸ້ນວາຍໃນສັງຄົມທີ່ຜິດຕໍ່ລະບຽບກົດໝາຍ.

ຈຸດປະສົງ ກໍ່ເພື່ອລົງຕິດຕາມກວດກາ ແລະ ແກ້ໄຂບັນດາເປົ້າໝາຍໜໍ່ແໜງ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ໃຫ້ມີຄວາມສະຫງົບສຸກຕາມແຜນຍຸດທະສາດຂອງພັກລັດວາງອອກ.

About admin11