ພະແນກສຶກສາທິການ ແລະ ກິລາແຂວງ ຈັດກິດຈະກຳສະເຫຼີມສະຫຼອງວັນກໍາມະກອນສາກົນຄົບຮອບ 137 ປີ

ພິທີແຂ່ງຂັນກິລາ ບານສົ່ງຍິງ-ຊາຍ ເພື່ອເປັນການສະເຫຼີມສະຫຼອງວັນກໍາມະກອນສາກົນຄົບຮອບ 137 ປີ (1 ພຶດສະພາ 1886 – 1 ພຶດສະພາ 2023 ) ແລະ ຊີງຂັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ພຶດສະພາ 2023 ທີ່ເດີ່ນກິລາຂອງໂຮງຮຽນ ມໍປາຍ ປາກຊັນ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໂດຍການເຂົ້າຮ່ວມຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ຜູ້ອໍານວຍການໂຮງຮຽນ, ຄູ-ອຈານ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

ການສ້າງຂະບວນການແຂ່ງຂັນກິລາຄັ້ງນີ້ ມີນັກກິລາທີ່ເປັນຕົວແທນຈາກ ພະແນກສຶກສາທິການ ແລະ ກິລາແຂວງ, ໂຮງຽນ(ມສ) ປາກງຽບ, (ມສ) ສີທ່ານາໄຊ ແລະ ໂຮງຮຽນ ມປາຍປາກຊັນ, ເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ ໃນນີ້ ບານສົ່ງຊາຍ 4 ທີມ ແລະ ບານສົ່ງຍິງ 4 ທີມ, ຊຶ່ງ ຕະຫຼອດໄລຍະການແຂ່ງຂັນນັກກິລາທຸກຄົນ ແມ່ນແຂ່ງຂັນກັນດ້ວຍນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ ແລະ ປະຕິບັດຕາມລະບຽບການແຂ່ງຂັນຢ່າງເຂັ້ມງວດ ເຮັດໃຫ້ການແຂ່ງຂັນດໍາເນີນໄປດ້ວຍບັນຍາກາດຄຶກຄື້ນ, ມ່ວນຊື່ນ ແລະ ສໍາເລັດລົງຢ່າງຈົບງາມ.

ຜ່ານການແຂ່ງຂັນບານສົ່ງຊາຍ ຊະນະເລີດອັນດັບທີ 1 ທີມໂຮງຮຽນ ມປາຍປາກຊັນ, ອັນດັບທີ 2 ແມ່ນໂຮງຮຽ (ມສ) ສີທານາໄຊ ແລະ ອັນດັບທີ 3 ແມ່ນ ພະແນກ ສຶກສາທິການ ແລະ ກິລາແຂວງ(ສກຂ) ສ່ວນບານສົ່ງຍິງຊະນະເລີດອັນດັບທີ 1 ທີມພະແນກ ສຶກສາທິການ ແລະ ກິລາແຂວງ(ສກຂ), ອັນດັບທີ 2 ແມ່ນໂຮງຮຽ (ມສ) ສີທານາໄຊ ແລະ ອັນດັບທີ 3 ແມ່ນ ໂຮງຮຽນ ມປາຍປາກຊັນ. ສຳລັບປະເພດລາງວັນ ອັນດັບ 1 ຂັນໜຶ່ງໜ່ວຍພ້ອມເງິນສົດ 300.000 ກີບ, ອັນດັບ 2 ເງິນສົດ 250.000 ກີບ ແລະ ອັນດັບ 3 ເງິນສົດ 200.000 ກີບ.

About admins16