ແຂວງບໍລິຄຳໄຊ ສຸມໃສ່ການຜະລິດລະດູແລ້ງ ສົກປີ 2022-2023

ບໍລິຄຳໄຊ ໄດ້ສຸມໃສ່ການຜະລິດເຂົ້ານາແຊງ, ພືດສະບຽງອາຫານ ແລະ ພືດເປັນສິນຄ້າ ໃຫ້ໄດ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຕໍ່ການບໍລິໂພກຂອງປະຊາຊົນພາຍໃນແຂວງ ແລະ ສົ່ງອອກ, ທ່ານ ດາລາພອນ ພົນສະຫັວດດີ ຮອງຫົວໜ້າພະແນກກະສິກໍາ ແລະ ປາໄມ້ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ກຸມພາ 2023.

ສຳລັບການຜະລິດລະດູແລ້ງ ສົກປີ 2022 – 2023 ໄດ້ແຕ່ງຕັ້ງພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ປຸກລະດົມ, ຕິດຕາມ, ກວດກາຂະບວນການຜະລິດລະດູແລ້ງຂອງປະຊາຊົນ, ນຳພາປະຊາຊົນ ກະກຽມປັດໃຈການຜະລິດ ເຊັ່ນ: ກະກຽມແນວພັນເຂົ້າ, ແນວພັນພືດ, ຝຸ່ນປຸຍ, ອະນາໄມຄອງເໝືອງ, ສ້ອມແປງຈັກສູບນໍ້າ ບ່ອນທີ່ມີເງື່ອນໄຂ ແລະ ຈຳເປັນ, ຮອດປັດຈຸບັນ ການຕົ້ກກ້າ ແລະ ກຽມດິນ ສໍາເລັດແລ້ວ 100%, ເນື້ອທີ່ປະຕິບັດໄດ້ 1.582 ເຮັກຕາ ເທົ່າກັບ 83,66%, ການຜະລິດພືດລະດູແລ້ງ ປະຕິບັດໄດ້ 5.966 ເຮັກຕາ ເທົ່າກັບ 51,71% ໃນນັ້ນ ຜະລິດພືດສະບຽບອາຫານ ເປັນຕົ້ນແມ່ນພືດຜັກ, ສາລີຫວານ, ມັນດ້າງ, ມັນເພົາ ແລະ ພືດອື່ນໆ ໄດ້ 2.793 ກວ່າເຮັກຕາ ເທົ່າກັບ 65,40% ແລະ ພືດເປັນສິນຄ້າ ເຊັ່ນ: ພືດຜັກ, ສາລີອາຫານສັດ, ອ້ອຍ, ຢາສູບ, ກວ້ຍ ແລະ ອື່ນໆ ປະຕິບັດໄດ້ 3.172 ກວ່າເຮັກຕາ ເທົ່າກັບ 43,67%.

ທ່ານຮອງຫົວໜ້າພະແນກ ຍັງໃຫ້ຮູ້ອີກວ່າ ນອກຈາກໄດ້ສຸມໃສ່ການຜະລິດລະດູແລ້ງແລ້ວ ຍັງສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ສຸມໃສ່ການຜະລິດພືດຜັກໃນເຮືອນຮົ່ມ ເພື່ອບໍລິໂພກພາຍໃນ ທົດແທນການນໍາເຂົ້າ, ໃນ 7 ເມືອງມີຈຳນວນ 49 ເຮືອນຮົ່ມ, ມີ 286 ຄອບຄົວ, ມີເນື້ອທີ່ 5,76 ເຮັກຕາ, ສຸມໃສໃຫ້ຜະລິດກະສິກຳສະອາດໃນ 2 ມາດຕະຖານ ຄື: ມາດຕະຖານກະສິກຳອິນຊີ ແລະ ມາດຕະຖານ ກະສິກໍາທີ່ດີ, ສຸມໃສ່ການປູກພືດເພື່ອສະໜອງໃຫ້ໂຮງງານພາຍໃນແຂວງ, ປູກໄມ້ໃຫ້ໝາກ ເພື່ອບໍລິໂພກພາຍໃນ ທົດແທນການນໍາເຂົ້າ ແລະ ສົ່ງອອກ, ສຸມໃສ່ພືດທີ່ມີທ່າແຮງຂອງແຂວງຕິດພັນກັບຕະຫຼາດສົ່ງອອກ ທີ່ໄດ້ເປີດຕະຫຼາດກັບບັນດາປະເທດອອ້ມຂ້າງ.

About admins14