ປາກກະດິງ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ

ໃນວັນທີ 14 ກຸມພາ 2023 ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ມີກອງປະຊຸມ ສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ(2016-2020) ເປັນປະທານໂດຍ ທ່ານ ພູເຂົາເງິນ ອິນທະວົງ  ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ມໍລະຄະສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານວິຊາການ ຕາງໜ້າຜູ້ມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບັດສະຫຼຸບຕີລາຄາປະເມີນ ການປະຕິບັດຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍທົ່ວປະເທດໃນໄລຍະໃໝ່ ສະບັບເລກທີ 011/ປປທ, ລົງວັນທີ 20 ມັງກອນ 2010 ຄະນະຊີ້ນໍາຂັ້ນເມືອງປາກກະດິງກໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍການຊີ້ນຳ-ບັນຊາຢ່າງເປັນລະບົບ, ມີວາງແຜນການກຳນົດຈຸດປະສົງ, ຄາດໝາຍ, ຂອບເຂດ, ເປົ້າໝາຍ ແລະ ເນື້ອໃນການແຂ່ງຂັນ ເຊີ່ງສາມາດຄັດເລືອກໄດ້ຜົນງານການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ໄດ້ທັງໝົດ 639 ທ່ານ ແລະ 16 ກົມກອງ, ໃນນັ້ນ ມີຫຼຽນໄຊແຮງງານຊັ້ນ I ຈຳນວນ 17 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 54 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 56 ທ່ານ ແລະ 3 ກົມກອງ, ຫຼຽນກາແຮງງານ 60 ທ່ານ ແລະ 3 ກົມກອງ, ມີໃບຍ້ອງຍໍລັດຖະບານ 172 ທ່ານ ແລະ 3 ກົມກອງ, ໃບຍ້ອງຍໍຂັ້ນແຂວງ 280 ທ່ານ ແລະ 7 ກົມກອງ.

ໃນຕອນທ້າຍພິທີ ຄະນະປະຈຳ-ກຳມະການພັກເມືອງ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ ກໍ່ໄດ້ພ້ອມກັນຂື້ນຈັບມືເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີຕໍ່ໜ້າ 2020-2025 ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ ເມືອງປາກກະດິງ ໃຫ້ມີຄວາມສີວິໄລຂຶ້ນເລື້ອຍໆ.

About admins14