ໄຊຈຳພອນ ປະກາດຮັບຮອງ 2 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ພິທີປະກາດຮັບຮອງເອົາບ້ານວັງບານ ແລະ ບ້ານໂພນຄຳ ເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 3 ແລະ ທີ 4 ຂອງເມືອງໄຊຈຳພອນ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2023 ທີ່ຫ້ອງການບ້ານໂພນຄຳ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ ແລະ ທ່ານ ພັທ ວຽງໄຊ ຈັນທະບຸນມີ ຫົວໜ້າກອງບັນຊາການທະຫານເມືອງ, ມີເລຂາພັກບ້ານ-ນາຍບ້ານທັງ 2 ບ້ານ ພ້ອມດ້ວຍອົງການປົກຄອງບ້ານ, ປະຊາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ບົວວຽງ ຜີວໄຊຍະວົງ ເລຂາພັກບ້ານ-ນາຍບ້ານໂພນຄຳ ໄດ້ໃຫ້ຮູ້ວ່າ: ຜ່ານການປະເມີນຜົນຕາມ 6 ມາດຖານເຫັນວ່າ: ບ້ານ ໂພນຄຳ ແລະ ບ້ານວັງບານ ມີພົນລະເມືອງທັງໝົດ 1.376 ຄົນ, ຍີງ 671 ຄົນ, ມີ 209 ຫຼັງຄາເຮືອນ, ມີ 236 ຄອບຄົວ, ໃດ້ເຂົ້າປະເມີນຕົວຈີງ 236 ຄອບຄົວ, ໄດ້ຮັບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ 236 ຄອບຄົວ ເທົ່າກັບ 100% ຂອງຄອບຄົວທັງໝົດ ແລະ ສາມາດຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງ, ເປັນບ້ານທີ 3 ແລະ ທີ 4 ຂອງເມືອງໄຊຈຳພອນ ແລະ ເປັນບ້ານທີ 46 ແລະ 47 ຂອງແຂວງບໍລິຄຳໄຊ.

ໃນຕອນທ້າຍພິທີ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ ໄດ້ເນັ້ນໃຫ້ອົງການປົກຄອງບ້ານ ສືບຕໍ່ສືກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ແລະ ປະຕິບັດແນວທາງ ປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ຍູ້ແຮງການຜະລິດກະກຳຂອງປະຊາຊົນ ຫັນປ່ຽນແບບມີວິທະຍາສາດ, ເພີ່ມຄວາມສາມັກຄີ ອານຸລັກຮັກສາຮິດຄອງປະເພນີທີ່ດີງາມ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ປກຊ, ປກສ ບ້ານຂອງຕົນເອງ ໃຫ້ມີຄວາມສະຫງົບໂດຍພື້ນຖານ ເພື່ອໃຫ້ກາຍເປັນບ້ານປ້ອງກັນຊາດເຂັ້ມແຂງ ທີ່ມີຄຸນນະພາບ ເພື່ອປະກອບສ່ວນໃນການສ້າງສາພັດທະນາບ້ານເມືອງ ໃຫ້ມີການຂະຫຍາຍຕົວຂຶ້ນເປັນກ້າວໆ.

About admins14