ກອງປະຊຸມກຽມຄວາມພ້ອມເປັນເຈົ້າພາບງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ V ທີ່ເມືອງວຽງທອງ

ໃນວັນທີ 20 ຕຸລາ 2022 ຢູ່ຫ້ອງການບ້ານ ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ຄະນະບໍລິຫານງານຊາວໜຸ່ມເມືອງວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມເປັນເຈົ້າພາບ ງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ V ທົ່ວແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ວັນຄຳເພັດ ໄຊຍະວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນເມືອງ, ມີຄະນະບໍລິຫານງານຊາວໝຸ່ມທົ່ວເມືອງວຽງທອງ, ຫົວໜ້າຂະແໜງເຍົາວະຊົນ – ອະນຸຊົນ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານເຍົາວະຊົນພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ດາວສະຫວັນ ຕອງນາວ່າງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງວຽງທອງ ໄດ້ຂຶ້ນຜ່ານບົດລາຍງານກະກຽມຄວາມພ້ອມພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ V ແລະ ຜ່ານຂໍ້ຕົກລົງຂອງເຈົ້າເມືອງວຽງທອງ ສະບັບເລກທີ 142/ຈມວທ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບງານພົບປະຕັ້ງຄ້າຍເຍົາວະຊົນທົ່ວແຂວງບໍລິຄຳໄຊ ຄັ້ງທີ V ທີ່ ເມືອງວຽງທອງເປັນເຈົ້າພາບ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ກໍເພື່ອລາຍງານຄືນກ່ຽວກັບການຫ້າງຫາກະກຽມວຽກງານພົບປະຕັ້ງຄ້າຍເຍົາວະຊົນ ເຊິ່ງກະກຽມໄດ້ 95% ແລະ ເອກະພາບກໍານົດເນື້ອໃນກໍ່ຄືຫົວຂໍໍ້ສຳລັບຄ້າຍເຍົາວະຊົນ ຄັ້ງທີ V ນີ້ວ່າ: ‘‘ເຍົາວະຊົນທັນວາໃຕ້ຮົ່ມທຸງພັກ”.

ພ້ອມກັນນັ້ນ ກອງປະຊຸມກໍ່ໄດ້ປຶກສາຫາລືເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດກິດຈະກຳຕ່າງໆ ພາຍໃນຄ້າຍ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະຊາວໜຸ່ມບັນດາເມືອງ, ໃນກອງປະຊຸມ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມກ່ຽວກັບກິດຈະກຳງານພົບປະແຂ່ງຂັນຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ໃຫ້ເນັ້ນໃສ່ແຂ່ງຂັນຕອບຄຳຖາມວິທະຍາສາດກ່ຽວກັບວຽກງານຊາວໜຸ່ມ – ເຍົາວະຊົນ, ແຂ່ງຂັນຕັ້ງຄ້າຍເຍົາວະຊົນທັນວາ, ແຂ່ງຂັນສິລະປະ(ຟ້ອນ) ແລະ ຮ້ອງເພັງ, ແຂ່ງຂັນແຕ້ມຮູບ, ແຂ່ງຂັນກິລາພື້ນບ້ານ ແລະ ຫຼີ້ນເກມສຳລັບເຍົາວະຊົນ ພ້ອມທັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ພ້ອມກັນນໍາໄປຈັດຕັ້ງປະຕິບັດວຽກງານແຂ່ງຂັນຕັ້ງຄ້າຍເຍົາວະຊົນທັນວາຄັ້ງນີ້ໃຫ້ສໍາເລັດຢ່າງຈົບງາມ.

About admins14