ບໍລິຄຳໄຊ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 28 ປີ

ພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 28 ປີ ( 7 ຕຸລາ 1994 – 7 ຕຸລາ 2022 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຜູ້ບໍລິຫານການສຶກສາ, ຄູອາຈານ, ພະນັກງານ, ທະຫານ – ຕຳຫຼວດ ແລະ ນັກຮຽນ – ນັກສຶກສາ ເຂົ້າຮ່ວມ.

ທ່ານຮອງເຈົ້າແຂວງ ໄດ້ຍົກໃຫ້ເຫັນວ່າ: ປະເທດລາວຂອງເຮົາໃນຊຸມປີ 1905 ຄົນລາວທີ່ໄດ້ເຂົ້າໂຮງຮຽນແມ່ນໜ້ອຍທີ່ສຸດ, ໃນນັ້ນ ໄດ້ມີຜູ້ໜຶ່ງຊື່ວ່າ ທ້າວ ຄຳ ໄດ້ຮຽນຮອດຫ້ອງທີ I ຫຼື ຈົບ ປ.6 ໄດ້ເຂົ້າຮ່ວມຝຶກອົບຮົມຄູເປັນຄົນທຳອິດຂອງລາວ, ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ທ້າວ ຄຳ ໄດ້ເຂົ້າຮັບລາຊະການເປັນຄູສອນ ຢູ່ນະຄອນຫຼວງວຽງຈັນ, ໃນເວລານັ້ນ ປະເທດຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ ປະຊາຊົນລາວຕົກເປັນຂ້ອຍຂ້າມ້າໃຊ້ ຝຣັ່ງເອີ້ນວ່າ “ ກູລີ ” ເຮັດໃຫ້ປະຊາຊົນມີຄວາມທຸກທໍລະມານ ບໍ່ມີອິດສາລະພາບ ຍ້ອນຕົກເປັນຂ້າທາດຂອງພວກເຂົາ, ຍ້ອນເຫດຜົນນັ້ນ ນາຍຄູຄຳ ຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມຂະບວນການນຳພາປະຊາຊົນລາວລຸກຮື້ຂຶ້ນ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ.

ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ຜ່ານໄລຍະອັນຍືດເຍື້ອຍາວນານ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ຈົນເຮັດໃຫ້ປະເທດລາວໄດ້ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ຊຶ່ງໄດ້ເປັນເງື່ອນໄຂອັນສະດວກໃນການພັດທະນາການສຶກສາຂອງລາວ ການພັດທະນາຖັນແຖວຄູ – ອາຈານໄດ້ເພີ່ມຂຶ້ນ ແລະ ຄູ – ອາຈານ ຈຳນວນເຫຼົ່ານັ້ນ ລ້ວນແຕ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້, ຄວາມສາມາດ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດ ແຫ່ງການພັດທະນາປະເທດຊາດແຕ່ລະສະໄໝ.

ຈົນເຖີງປະຈຸບັນນີ້ ປະເທດຊາດຂອງພວກເຮົາ ໄດ້ມີນັກວິຊາການ, ນາຍທະຫານ, ນາຍຕຳຫຼວດ, ນັກການເມືອງ ແລະ ນັກທຸລະກິດຈຳນວນບໍ່ໜ້ອຍ ລ້ວນແຕ່ມີຄວາມຮູ້ຈາກຄູສອນ, ປະເທດຊາດມີການພັດທະນາເທົ່າໃດ ກໍ່ຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກ ເຖິງບຸນຄຸນອັນລ້ຳເລີດຂອງຄູ – ອາຈານຫຼາຍຂຶ້ນເທົ່ານັ້ນ, ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ຄູ – ອາຈານໃນທົ່ວສັງຄົມ ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ເດືອນ ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ.

ທ່ານຮອງເຈົ້າແຂວງ ຍັງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນທີ່ຄູ ອາຈານ ຍາດມາໄດ້ ໃນສົກຮຽນ 2021 – 2022 ຜ່ານມາ ດັ່ງນີ້: ໄດ້ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະ ວຽກງານການສຶກສາກ່ອນໄວຮຽນ, ໂຮງຮຽນອະນຸບານ, ໂຮງຮຽນຊັ້ນປະຖົມສຶກສາ ແລະ ໂຮງຮຽນມັດທະຍົມສຶກສາ ທົ່ວທຸກກຸ່ມບ້ານ ເຮັດໃຫ້ລູກຫຼານປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ.

ແລະ ໄດ້ສົ່ງນັກຮຽນເຂົ້າການແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນເມືອງ, ຂັ້ນແຂວງ ແລະ ລະດັບຊາດ ໄດ້ຈຳນວນ 3 ນ້ອງ, ສອບເສັງຈົບຊັ້ນ ປ 5 ໄດ້ 98.41%, ມ 4 ໄດ້ 98%, ມ.5 ແລະ ມ 7. ໄດ້ 99.7%, ໃນນັ້ນ ຍັງມີນັກຮຽນ ທີ່ສອບເສັງຈົບຊັ້ນ ມ 7. ໄດ້ໃບປະກາດແດງ ( ທຸກວິຊາ ໄດ້ 9 ຄະແນນຂຶ້ນໄປ ) ມີ 1 ນ້ອງ ຄື: ນາງ ພູສະຫວັນ ມຸກດາແກ້ວ ຢູ່ໂຮງຮຽນ ມໍປາຍ ປາກຊັນ, ສົ່ງນັກກິລາ ໄປແຂ່ງຂັນຢູ່ສູນກາງສາມາດ ຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ.

ຕອນທ້າຍຂອງພິທີ ທ່ານຮອງເຈົ້າແຂວງ ກໍ່ໄດ້ມອບກະຕ່າຂອງຂວັນໃຫ້ແກ່ຄູ – ອາຈານ ຕາງໜ້າຮັບໂດຍທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ. ພ້ອມນີ້ ພາກສ່ວນຕ່າງໆ ທັງພາກລັດ, ລັດວິສາຫະກິດ ຍັງໄດ້ມອບອຸປະກອນການຮຽນ – ການສອນ ແລະ ເງິນຈຳນວນໜຶ່ງ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອນຳໄປຊຸກຍູ້ສົ່ງເສີມການຮຽນ – ການສອນ ແລະ ຊ່ວຍເຫຼືອໃຫ້ນັກຮຽນຢູ່ເຂດພູດອຍຫ່າງໄກສອກຫຼີກ.

About admins16