ຫ້ອງວ່າການແຂວງບໍລິຄຳໄຊ ມອບລົດຊິ້ງ ຄູໂບຕາ ຊຸກຍູ້ວຽກງານທະຫານຊາຍແດນ 257

ເພື່ອເປັນການປະກອບສ່ວນ ພາຫະນະຮັບໃຊ້ເຂົ້າໃນວຽກງານທີ່ຈໍາເປັນ ໃນການຈັດຕັ້ງປະຕິບັດວຽກງານ ຂອງກົມກອງກໍາລັງ ປກຊ ຢູ່ບັນດາເຂດຫ່າງໄກສອກຫຼີກ, ໃນຕອນເຊົ້າຂອງວັນທີ 03 ຕຸລາ 2022 ຢູ່ຫ້ອງວ່າການແຂວງ ບໍລິຄໍາໄຊ ທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາລົດຊິ້ງ ຍີ່ຫໍ ຄູໂບຕາ ລະບົບ 8 ເກຍ 155 ແຮງມ້າ ຈໍານວນ 1 ຄັນ ມູນຄ່າ 89.900.000 ກີບ ມອບໃຫ້ກັບ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເພຶ່ອນໍາໄປມອບຕໍ່ໃຫ້ກັບ ກອງຮ້ອຍທະຫານຊາຍແດນ 257 ເມືອງໄຊຈຳພອນ ແຂວງບໍລິຄໍາໄຊ ເພຶ່ອຮັບໃຊ້ເຂົ້າໃນວຽກງານລວມພາຍໃນກົມກອງ.

ເປັນກຽດຮັບໂດຍທ່ານ ຂັນທອງ ໄຊຍະກຸມມານ ຫົວໜ້າກອງຮ້ອຍທະຫານຊາຍແດນ 257 ພ້ອມດ້ວຍ ພະນັກງານ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

About admins16