
ຫາດຄຸນ ເປັນອີກທາງເລືອກໜື່ງ ທີ່ທ່ານນັກທ່ອງທ່ຽວ ມັກການພັກຜ່ອນ ພົບປະສ້າງສັນກັບເພື່ອນໆ, ສະຖານທີ່ແຫ່ງນີ້ ເປັນບ່ອນທ່ອງທ່ຽວທີ່ເປີດຂື້ນໃໝ່ ດ້ວຍການລົງທືນຂອງຜູ້ປະກອບການເອກະຊົນໂດຍກົງ, ຕາມການໃຫ້ສຳພາດຂອງທ່ານ ສົມສັກ ໄຊຍະວົງ ຜູ້ລົງທືນ ວ່າ: ການທີ່ຕັດສີນໃຈລົງທືນສ້າງ ແລະ ບູລະນະທຳມະຊາດ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແຫ່ງນີ້ ແມ່ນຍ້ອນເຫັນທຳມະຊາດ ມີຄວາມສວຍສົດງົດງາມ ມີສາຍພູທີ່ເໝາະສົມແກ່ການເດີນທ່ຽວ, ມີແມ່ນ້ຳທີ່ໄສເຢັນ, ເສັ້ນທາງເຂົ້າເຖີງສະດວກ ບໍ່ໄກຈາກທາງຫລວງ, ທ່ານ ສົມສັກ ຍັງກ່າວອີກວ່າ ໃນອານາຄົດຂ້າງໜ້າ ຈະສ້າງ ແຫລ່ງທ່ອງທ່ຽວທຳມະຊາດ ແຫ່ງນີ້ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ໃນເທດສະການປີໃໝ່ລາວ ພສ 2561 ນີ້ ຫາດຄຸນ ຍີນດີຕ້ອນຮັບນັກທ່ອງທ່ຽວທຸກໆທ່ານ ທີ່ມີຈຸດປະສົງເຂົ້າມາທ່ຽວ ຫລື ມາພັກຜ່ອນຕາມອັດທະຍາໄສ ພວກເຮົາຈະໄດ້ຄົບງັນຕາມຮີດຄອງປະເພນີ ແລະ ມີຫລາຍໆກິດຈະກຳບັນເທີງໃຫ້ທ່ານໄດ້ສຳພັດ, ທ່ານຈະໄດ້ຮັບຄວາມພໍໃຈ ກັບການຮັບຕ້ອນດ້ວຍນ້ຳໃສໃຈຈີງຂອງພວກເຮົາ.








Users Today : 333
Users Yesterday : 518
This Month : 7047
This Year : 188011
Total Users : 721975
Who's Online : 8