ເຈົ້າເມືອງວຽງທອງ ລົງພົບປະພໍ່ແມ່ປະຊາຊົນ ບ້ານອຸດົມໄຊ

ໃນວັນທີ 27 ສິງຫາ 2022 ທ່ານ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ ພ້ອມຄະນະນໍາຂອງເມືອງ ໄດ້ລົງພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານອຸດົມໄຊ ໂດຍການຕ້ອນຮັບຈາກຄະນະບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ.

ທ່ານ ອ່ອນຄໍາ ຄຳບູນມີ ນາຍບ້ານອຸດົມໄຊ ໄດ້ລາຍງານສະພາບລວມຮອບດ້ານໂດຍຫຍໍ້ຂອງບ້ານ ໃຫ້ທ່ານເຈົ້າເມືອງ ແລະ ຄະນະ ຮັບຮູ້: ບ້ານ ອຸດົມໄຊ ມີ 181 ຫຼັງຄາເຮືອນ, ມີ 260 ຄອບຄົວ, ມີ 1.299 ຄົນ, ຍິງ 650 ຄົນ, ມີ 3 ເຜົ່າຢູ່ຮ່ວມກັນ, ອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າ, ລ້ຽງສັດ ແລະ ປູກພືດເປັນສຳຮອງ, ຜ່ານມາອຳນາດການປົກຄອງບ້ານໄດ້ສຶກສາອົບຮົມການເມືອງ – ແນວຄິດໃຫ້ປະຊາຊົນ, ນຳພາປະຊາຊົນພັດທະນາດ້ານເສດຖະກິດ – ສັງຄົມ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງແຕ່ລະຄອບຄົວ ໂດຍນຳໃຊ້ທ່າແຮງເງື່ອນໄຂຂອງບ້ານຂອງແຕ່ລະຄອບຄົວ ເຂົ້າໃນການພັດທະນາຊິວິດຂອງປະຊາຊົນໃຫ້ດີຂື້ນ.

ຈາກນັ້ນທ່ານເຈົ້າເມືອງ ກໍ່ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບ້ານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເອົາໃຈໃສ່ທຳການຜະລິດ, ນໍາໃຊ້ທ່າແຮງທີ່ມີເຂົ້າໃນການປູກຝັງ, ລ້ຽງສັດໃຫ້ເປັນສິນຄ້າ, ເຮັດໃຫ້ປະຊາຊົນມີລາຍຮັບກູ້ມລາຍຈ່າຍໃນຄອບຄົວ, ເອົາໃຈໃສ່ປະກອບສ່ວນເຮັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນບ້ານ, ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນມີຄວາມສາມັກຄີປອງດອງແໜ້ນແຟ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງ, ເປັນເຈົ້າຕົນເອງໃນການພັດທະນາຄອບຄົວ ເພື່ອໃຫ້ຄອບຄົວມີການພັດທະນາຂື້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດທີ່ທ່ານເຈົ້າເມືອງພ້ອມຄະນະລົງມາຢ້ຽມຢາມຄັ້ງນີ້ ກໍ່ໄດ້ນໍາເອົາເຄື່ອງຈຳນວນໜື່ງເຊັ່ນ: ເກືອ, ເຄື່ອງນຸ່ງຮົ່ມ ແລະ ເກີບ ມອບໃຫ້ບ້ານອຸດົມໄຊ.

About admins14