ຊາວໜຸ່ມແຂວງ ເຄື່ອນໄຫວປຸກລະດົມສະມາຊິກຊາວໜຸ່ມ ເຂົ້າຮ່ວມກິດຈະກໍາແຂ່ງຂັນ ທັກສະການເວົ້າ

ເພື່ອເປັນການຊຸກຍູ້ສົ່ງເສີມ ພອນສະຫວັນ ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ທົ່ວແຂວງບໍລິຄໍາໄຊ ໃຫ້ມີຄວາມສາມາດ ກ້າເວົ້າ ກ້າສະແດງອອກ ຕໍ່ໜ້າມວນຊົນ ແລະ ສື່ອອນລາຍຕ່າງໆ ໃນວັນທີ 24 ສິງ ຫາ 2022 ສະຫາຍ ນາງ ນິດຕາ ເພັງສະຫວັດ ກໍາມະການຄະນະບໍລິຫານງານຊາວໜຸ່ມແຂວງ, ຫົວໜ້າຂະແໜງອົບຮົມ, ຂະບວນການ ແລະ ສື່ມວນຊົນ ຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມທີມງານ ໄດ້ລົງເຄື່ອນໄຫວປຸກລະດົມຊາວໜຸ່ມ ຢູ່ໂຮງຮຽນເຕັກນິກ-ວິຊາຊີບແຂວງ ເພື່ອເຂົ້າຮ່ວມກິດຈະກໍາແຂ່ງຂັນ ທັກສະການເວົ້າເພື່ອຊາດ ຄັ້ງທີ 2 ໃຫ້ເປັນຂະບວນການຟົດຟື້ນ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້“ ພັດທະນາຄົນ ພັດທະນາຊາດ”.

ໃນການລົງເຄື່ອນໄຫວປຸກລະດົມຊາວໜຸ່ມຄັ້ງນີ້ ສະຫາຍ ນາງ ນິດຕາ ເພັງສະຫວັດ ໄດ້ມີການລະດົມ, ອະທິບາຍ ແລະ ຊີ້ແຈງກ່ຽວກັບກິດຈະກໍາແຂ່ງຂັນເວົ້າເພື່ອຊາດ ຄັ້ງທີ 2 ກໍ່ເພື່ອເປັນການສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນຂອງພວກເຮົາ ໃຫ້ກາຍເປັນຄົນທີມີຄວາມສາມາດ ກ້າເວົ້າ ກ້າສະແດງອອກ ຕໍ່ໜ້າມວນຊົນ ແລະ ສື່ອອນລາຍຕ່າງໆ ປ່ຽນຈາກຄວາມອາຍໃຫ້ກາຍເປັນຄວາມກ້າຫານ ກ້າວໄປເຖິງມີໂອກາດສະໝັກເຂົ້າເປັນນັກເວົ້າ, ນັກປະຊາສໍາພັນໄດ້.

ຜູ້ສະໝັກຈະໄດ້ຮັບການຝຶກອົບຮົມທັກສະການເວົ້າ ຈາກອາຈານ ຜູ້ທີ່ມີປະສົບການສູງ ໃນການນຳສະເໜີບົດ, ການໂຄສະນາ, ການສື່ສານ, ການເວົ້າຕໍ່ໜ້າກ້ອງ ແລະ ຕໍ່ໜ້າມວນຊົນ ເຊິ່ງລ້ວນແລ້ວແຕ່ມີຄວາມຈຳເປັນ ຕໍ່ຊາວໜຸ່ມ-ເຍົາວະຊົນ ໃນຍຸກປັດຈຸບັນ.

About admins14