ການນຳແຂວງບໍລິຄຳໄຊ ຖືສຳຄັນວຽກງານສື່ມວນຊົນ

ໃນແຕ່ລະໄລຍະ ພັກ – ລັດ ໄດ້ສຸມໃສ່ວຽກງານສື່ມວນຊົນ ເພື່ອເປັນກະບອກສຽງອັນແຫຼມຄົມ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ປຸກລະດົມຂົນຂວາຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າໃນພາລະກິດການຕໍ້ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,  ທ່ານ ເຄນ ລໍມະນີ ອາດີດຫົວໜາ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 9 ສິງຫາ 2022 ກ່ຽວກັບວັນສ້າງຕັ້ງສື່ມວນຊົນ ແລະ ວັນພີມຈໍາໜ່າຍ ຄົບຮອບ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ).

ຕະຫລອດໄລຍະ 72 ປີຜ່ານມາ ການນໍາທຸກຂັ້ນ ໄດ້ຖືເອົາວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເປັນວຽກງານສໍາຄັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດໃນການເປັນກະບອກສຽງອັນແຫຼມຄົມຂອງພັກ – ລັດ, ໂຄສະນາ ແລະ ເຜີຍແຜ່ ບັນດາແນວທາງນະໂຍບາຍ, ລະບຽບກົດໝາຍຕ່າງໆ, ໃຫ້ຄວາມຮູ້ ແລະ ເຕົ້າໂຮມຄວາມສາມັກຄີ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ, ເປັນຜູ້ແນະນໍາ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານໃນທົ່ວສັງຄົມ.

ແຂວງບໍລິຄຳໄຊ ກ່ອນປີ 1990 ການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາຫນ່າຍ ແມ່ນຍັງປະຖົມປະຖານ ມີສະຖານີວິທະຍຸພຽງແຕ່ 2 ແຫ່ງ, ກໍາລັງສົ່ງພຽງ 100 ວັດ, ລາຍການອອກອາກາດ 2 – 3 ຊົ່ວໂມງຕໍ່ວັນເທົ່ານັ້ນ, ພາຍຫຼັງປີ 1990 ເປັນຕົ້ນມາ ວຽກງານສື່ມວນຊົນໄດ້ຮັບການປັບປຸງ ທາງດ້ານການຈັດຕັ້ງ, ດ້ານປະລິມານ ແລະ ຄຸນນະພາບ ໄດ້ສ້າງລະບົບໂທລະໂຄ່ງຢູ່ເມືອງປາກຊັນ ໃນລະດັບໃຫຍ່ ແລະ ທັນສະໄໝສົມຄວນ, ໄດ້ມີໜ່ວຍງານຂ່າວໜັງສືພິມ, ວິທະຍຸ, ໂທລະພາບ ໂດຍນໍາສົ່ງອອກຂ່າວຢູ່ສື່ສູນກາງເປັນຕົ້ນຕໍ.

ຮອດປີ 2000 ພັກ – ລັດ ກໍ່ຄືອໍານາດການປົກຄອງແຂວງ ໄດ້ຕັດສິນໃຈສູງ ນໍາໃຊ້ງົບປະມານເກືອບ 3 ຕື້ກີບ ສ້າງຕັ້ງສະຖານີວິທະຍຸ – ໂທລະພາບຂອງແຂວງສໍາເລັດ ເພື່ອຕອບສະຫນອງຂໍ້ມູນຂ່າວສານໃຫ້ກວ້າງຂວາງທົ່ວເຖິງກວ່າເກົ່າ ໂດຍການສົມທົບກັບແຂວງ, ເມືອງ ແລະ ກະຊວງ ໄດ້ສ້າງຕັ້ງສະຖານີວິທະຍຸຂະໜາດນ້ອຍ ຢູ່ບັນດາເມືອງທີ່ມີເງື່ອນໄຂ ຊຶ່ງປັດຈຸບັນທົ່ວແຂວງມີສະຖານີວິທະຍຸທັງຫມົດ 5 ແຫ່ງ, ອອກອາກາດ 16 ຊົ່ວໂມງຕໍ່ວັນ ແລະ ສະຖານີໂທລະພາບ 1 ແຫ່ງ, ຮອດປີ 2001 ກໍ່ໄດ້ສ້າງຕັ້ງວາລະສານບໍລິຄໍາໄຊ ຈັດພິມໄຕມາດລະ 1.000 ຫົວ, ປີ 2007 ສ້າງຕັ້ງໜັງສືພິມບໍລິຄໍາໄຊ ຈັດພິມເປັນລາຍສັບປະດາ 400 ສະບັບ ແລະ ປີ 2014 ໄດ້ສ້າງຕັ້ງເວບໄຊ – ສໍາເນົາຟີມບໍລິຄໍາໄຊຂຶ້ນ.

ໃນຕອນທ້າຍ ທ່ານ ເຄນ ລໍມະນີ ຍັງໄດ້ຮຽກຮ້ອງມາຍັງການນໍາພັກ – ລັດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງ ແລະ ຊ່ວຍກັນປະກອບສ່ວນ ເຂົ້າໃນວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເພື່ອເຮັດວຽກງານດັ່ງກ່າວ ໄດ້ຮັບການພັດທະນາໃຫ້ມີຄຸນນະພາບດີຂຶ້ນ, ຫັນເປັນທັນສະໄໝ ເພື່ອຮັບໃຊ້ສັງຄົມ, ສາມາດເຜີຍແຜ່ນໍາເອົາຂໍ້ມູນຂ່າວສານ ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ, ທຸກສະຖານທີ່, ທຸກເວລາ ແລະ ຖືກຕ້ອງຕາມແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງ ພັກ-ລັດ ວາງອອກໃນແຕ່ລະໄລຍະ.

About admins14