ພະແນກຍຸຕິທໍາແຂວງ ເຊື່ຶອມຊື່ມເອກະສານສຳຄັນຂອງພັກ – ຂອງຊາດ

ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກຍຸຕິທໍາ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມເຊື່ອມຊືມເຜີຍແຜ່ເອກະສານສຳຄັນຕ່າງໆຂອງຂັ້ນເທີງ ໃຫ້ພະນັກງານພາຍໃນພະແນກ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທຳແຂວງ, ມີພະນັກງານ-ລັດຖະກອນພາຍໃນ ເຂົ້າຮ່ວມ.

ທ່ານຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຍົກໃຫ້ເຫັນເນື້ອໃນບັນດາເອກະສານ ຄື: ຄໍາແນະນໍາຂອງຄະນະປະຈໍາພັກແຂວງບໍລິຄໍາໄຊ, ວ່າດ້ວຍການຈັດຕັ້ງເຜີຍແຜ່ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ພາຍໃຕ້ຄຳຂວັນ: ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມຜ່ານວິກິດການໄປໃຫ້ໄດ້, ຄໍາແນະນໍາຂອງຄະນະປະຈໍາພັກແຂວງບໍລິຄໍາໄຊ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບນຳພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ຕິດພັນກັບການເຂົ້າຮ່ວມຮັບຟັງ ການເຜີຍແຜ່ເຊື່ອມຊືມ, ຟັງປາຖະກະຖາວັນສຳຄັນຂອງຊາດ, ຂອງພັກ.

ນອກນີ້ ຍັງໄດ້ເຊື່ອມຊື່ມເອກະສານປີສາມັກຄີ ລາວ – ຫວຽດນາມ ວັນສົນທິສັນຍາມິດຕະພາບ – ການຮ່ວມມື ຄົບຮອບ 45 ປີ ( 18 ກໍລະກົດ 1977 –18 ກໍລະກົດ 2022 ) ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ( 05 ກັນຍາ 1962 – 05 ກັນຍາ 2022 ) ແລະ ຜ່ານຂໍ້ຕົກລົງຂອງອົງການກວດກາແຫ່ງລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ.

ຈຸດປະສົງ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງພະແນກໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນແນວທາງ, ມະຕິ, ຄຳສັ່ງຂອງພັກໃຫ້ເລິກເຊິ່ງ ສາມາດຫັນແນວທາງອອກເປັນແຜນງານ, ໂຄງການ, ວຽກງານອັນລະອຽດໃນແຕ່ລະໄລຍະ ເຂົ້າໃນຄວາມຮັບຜິດຊອບ, ນຳພາ – ຊີ້ນຳຢ່າງແທດເຖິງ, ປະດິດສ້າງ, ຮູ້ສຶກສາອົບຮົມປຸກລະດົມພະນັກງານພາຍໃນຂະແໜງການຂອງຕົນໃຫ້ຈັດຕັ້ງປະຕິບັດຕາມແນວທາງໃຫ້ປະກົດຜົນເປັນຈິງ.

About admins16