3 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ພະແນກແຜນການ – ການລົງທຶນ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2022 ຢ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ເປັນປະທານໂດຍ ສະຫາຍ ໄຊອໍາພອນ ສີຫາວົງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ ແລະ ສະມາຊິກພັກ ພາຍໃນຮາກຖານ ເຂົ້າຮ່ວມ.

  ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 140/ຄປພຂ, ລົງວັນທີ 3 ພຶດສະພາ 2022 ວ່າດ້ວຍການຮັບຮອງເອົາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ຄື: ໜ່ວຍພັກ ບໍລິຫານສົ່ງເສີມ ແລະ ຮ່ວມມືສາກົນ, ໜ່ວຍພັກກວດກາ ແຜນການ ປະເມີນ ແລະ ໜ່ວຍພັກ ສູນສະຖິຕິປະຈໍາແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

        ໃນພິທີ ຍັງໄດ້ປະກາດການຈັດຕັ້ງພາຍໃນພະແນກ ເຊິ່ງໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງແຂວງບໍລິຄຳໄຊ, ເລກທີ 340/ຂບຊ, ລົງວັນທີ 20 ມິຖຸນາ 2022 ວ່າດ້ວຍການເຫັນດີແຕ່ງຕັ້ງ ທ່ານ ບຸນຍາເຮືອງ ຄໍາປະເສີດ ເປັນຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ແລະ ທ່ານ ນາງ ຂີງຄໍາ ອຸນຈັນ ເປັນຮອງຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ພະແນກແຜນການ ແລະ ການລົງທຶນແຂວງ.

About admins14