ເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດ ຢຶດຢາໄອ໋ 110 ກິໂລກຼາມ

ເວລາ ປະມານ 09 ໂມງ ຂອງວັນທີ 15 ມິຖຸນາ 2022 ເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນຈໍານວນໜຶ່ງຢູ່ເມືອງຄໍາເກີດ ແລະ ຢູ່ເມືອງ ຄູນຄໍາ ແຂວງ ຄໍາມ່ວນ ຈະມີການເຄື່ອນໄຫວຂົນສົ່ງຢາເສບຕິດ ປະເພດ ຢາໄອ໋ ຢູ່ຂອບເຂດຊາຍແດນນໍ້າພາວ – ເກົາແຈ໋ວ.

ເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດ ຈຶ່ງໄດ້ຈັດຕັ້ງກໍາລັງອອກເຄື່ອນໄຫວຕິດຕາມ, ກວດກາ ຢູ່ຕາມຈຸດຕ່າງໆຢ່າງເຂັ້ມງວດ, ພໍຮອດເວລາ ປະມານ 22 ໂມງ 30 ນາທີ ຂອງວັນທີ 16 ມິຖຸນາ 2022 ຈຶ່ງພົບເຫັນລົດກະບະໂຕໂຍຕ່າລີໂວ່ ໝາຍເລກທະບຽນ ກຂ 6639 ຄໍາມ່ວນ ແລະ ລົດເກັງໂຕໂຍຕ່າວິດ ໝາຍເລກທະບຽນ ກພ 1141 ກໍາແພງນະຄອນ ມີການເຄື່ອນໄຫວຂັບຂີ່ລົດໄປ – ມາລະຫ່ວາງ ບ້ານ ທົ່ງແປ ຫາ ຊາຍແດນນໍ້າພາວ ເຈົ້າໜ້າທີ່ຈຶ່ງທໍາການສະກັດລັດລົດດັ່ງກ່າວ ເພື່ອກວດກາແຕ່ຄົນຂັບບໍ່ຈອດ ຈຶ່ງໄດ້ຂັບລົດຕິດຕາມໄປ ພໍຮອດເຂດ ບ້ານ ໜອງອໍ້ ເມືອງຄໍາເກີດ ເຈົ້າຂອງລົດລີໂວ່ໄດ້ຈອດລົດປະໄວ້ແລ້ວເອົາຕົວຫຼົບໜີ,  ສ່ວນຄົນຂັບລົດເກັງໂຕໂຍຕ່າວິດແມ່ນຫຼົບໜີບໍ່ທັນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວຜູ້ກ່ຽວພ້ອມກັກລົດທັງສອງຄັນມາສືບສວນ-ສອບສວນຕາມກົດໝາຍ.

        ຜ່ານການກວດຄົ້ນລົດທັງສອງຄັນ ພົບເຫັນຢາໄອ໋ ຈໍານວນ 110 ຫໍ່ ນໍ້າໜັກ 110 ກິໂລກຼາມ ຊຸກເຊື່ອງໄວ້ໃນລົດກະບະໂຕໂຍຕ່າລີໂວ່, ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ວ່າຄົນຂັບຂີ່ລົດເກັງໂຕໂຍຕ່າວິດ ຊື່ ທ້າວ ໄອ່ ພອນວິໄລ ອາຍຸ 27 ປີ ປະຊາຊົນບ້ານ ໂພນແພງ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ, ຜູ້ກ່ຽວໄດ້ໃຫ້ການສາລະພາບໃນເບື້ອງຕົ້ນວ່າ: ເວລາປະມານ 08 ໂມງ ຂອງວັນທີ 16 ມິຖຸນາ 2022 ມີ ທ້າວ ຂໍ ນາມສົມມຸດໄດ້ໂທຫາຜູ້ກ່ຽວໃຫ້ໄປກວດກາຕິດຕາມເສັ້ນທາງແຕ່ເທດສະບານເມືອງຄໍາເກີດ ຫາຊາຍແດນນ້ຳພາວວ່າ ມີກໍາລັງເຈົ້າໜ້າທີ່ຕັ້ງຈຸດກວດກາຫຼືບໍ່, ຈາກນັ້ນຮອດເວລາປະມານ 21 ໂມງ ຂອງວັນດຽວກັນ ຜູ້ກ່ຽວໄດ້ຂັບຂີ່ລົດເກັງໂຕໂຍຕ່າວິດໝາຍເລກທະບຽນ ກພ 1141 ກໍາແພງນະຄອນ ອອກຈາກເຮືອນທີ່ບ້ານໂພນແພງ ມຸງໜ້າໄປຊາຍແດນນໍ້າພາວ – ເກົາແຈ໋ວໄດ້ພົບເຫັນທ້າວ ກໍ ແລະ ທ້າວ ຂໍ ຂັບຂີ່ລົດໂຕໂຍຕ້າລີໂວ່ຈອດຖ້າຢູ່ແຄມທາງເຂດບ້ານ ທົ່ງແປ ແລ້ວກໍ່ພາກັນຂັບຂີ່ລົດໄປຕາມເສັ້ນທາງດັ່ງກ່າວ, ພໍຮອດເຂດບ້ານ ໜອງອໍ້ ເມືອງ ຄໍາເກີດໄດ້ມີເຈົ້າໜ້າທີ່ຕໍາຫຼວດ ລັດລົດເພື່ອກວດກາ, ທ້າວ ກໍ ແລະ ທ້າວ ຂໍ ໄດ້ຂັບລົດຫຼົບໜີເຂົ້າໄປໃນເຂດແຫຼ່ງທ່ອງທ່ຽວ ບໍ່ນ້ຳອຸ່ນ ເຂດບ້ານ ໜອງອໍ້ ແລ້ວຈອດລົດປະໄວ້ ແລະ ໄດ້ເອົາຕົວຫຼົບໜີເຂົ້າໄປໃນປ່າ, ສ່ວນຜູ້ກ່ຽວ ( ທ້າວ ໄອ່ ) ແມ່ນຫລົບໜີບໍ່ທັນ ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມກວດຄົ້ນລົດທັງສອງຄັນຈຶ່ງພົບເຫັນຢາໄອ໋ ຈໍານວນ 110 ຫໍ່, ນໍ້າໜັກ 110 ກິໂລກຼາມທີ່ຊຸກເຊື່ອງໄວ້ໃນລົດກະບະລີໂວ່ ມາສືບສວນ – ສອບສວນ.

        ເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດໃຫ້ຮູ້ຕື່ມວ່າ: ຜ່ານການສືບສວນ – ສອບສວນ, ເກັບກໍາຂໍ້ມູນຫຼັກຖານຢ່າງຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລ້ວສາມາດຕີລາຄາໄດ້ວ່າ:​ ທ້າວ ໄອ່ ມີເຈດຕະນາຮ່ວມເຄື່ອນໄຫວຂົນສົ່ງຢາເສບຕິດ ( ຢາໄອ໋ ) ຢ່າງແທ້ຈິງ ເຊິ່ງເປັນການກະທໍາຜິດໃນມາດຕາ 315 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017 ປະຈຸບັນພວມດໍາເນີນການສືບສວນ – ສອບສວນ ດໍາເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ, ສ່ວນພັກພວກທີ່ຮ່ວມຂະບວນການທີ່ໄດ້ເອົາຕົວຫຼົບໜີທາງເຈົ້າໜ້າທີ່ໄດ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ, ກັກຕົວມາດໍາເນີນຄະດີຕາມກົດໝາຍໃນຂັ້ນຕໍ່ໄປ.

 

 

About admin11