ນ້ຳໃຈງົດງາມຊາວໜຸ່ມບໍລິຄຳໄຊ ທີ່ສັງຄົມຕ້ອງການ

ໃນຕອນບ່າຍຂອງວັນທີ 20 ສິງຫາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ນໍາໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ສົມທົບກັບຊາວໜຸ່ມໂຮງໝໍແຂວງ ໄດ້ນໍາເອົາລົດໂຮງໝໍໄປຮັບເອົາທ້າວ ຄໍາເຊ ແລະ ນາງ ວອນ ຢູ່ ໜ່ວຍ 20, ບ້ານນໍ້າງຽບ (ຄຸ້ມໂພນສີ-ທ່າກົກແຄນ) ໄປປິ່ນປົວສຸຂະພາບຢູ່ໂຮງໝໍແຂວງບໍລິຄໍາໄຊ ໂດຍບໍ່ເສຍຄ່າ.

 

ຕາມການຢັ້ງຢືນຈາກອຳນາດການປົກຄອງບ້ານ ເບື້ອງຕົ້ນໃຫ້ຮູ້ວ່າ ຄອບຄົວດັ່ງກ່າວ ເປັນຄອບຄົວທີ່ທຸກຢາກ ໃນຄອບຄົວມີສະມາຊິກທັງໝົດ 5 ຄົນ, ສະມາຊິກທີ່ເປັນແຮງງານຕົ້ນຕໍມີ 4 ຄົນ ແຕ່ລະຄົນແມ່ນມີບັນຫາດ້ານສຸຂະພາບ: ທ້າວ ຄໍາເຊ (ຜົວ) ເປັນບວມຫາຍໃຈຝືດ, ນາງ ວອນ (ເມຍ) ຢຽບເຫຼັກຕະປູໄດ້ 4 ອາທິດໄປມາໃສບໍ່ໄດ້, ທັງ 2 ຄົນໄດ້ໄປໂຮງໝໍແລ້ວ ແຕ່ບໍ່ສາມາດນອນປິ່ນປົວຢູ່ໂຮງໝໍໄດ້ ເນື່ອງຈາກບໍ່ມີເງິນຊື້ຢາ ແລະ ອາຫານການກິນ, ສ່ວນ ນາງ ຈັນດີ (ລູກສາວ) ເປັນພະຍາດເລືອດຈາງ, ລູກເຂີຍ ຊື່ທ້າວ ໄຊ ແມ່ນເກີດອຸປະຕິເຫດລົດຕໍາຂາຫັກ ປະຈຸບັນຍັງບໍ່ສາມາດອອກແຮງງານໜັກໄດ້.

ສະນັ້ນ ເພື່ອເປັນການຊ່ວຍເຫຼືອໃນເບື້ອງຕົ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ມອບອາຫານຈໍານວນໜຶ່ງ ພ້ອມເງິນສົດ 500.000 ກີບ ຊ່ວຍຊື້ອາຫານການກິນໄລຍະປິ່ນປົວຢູ່ໂຮງໝໍ ແລະ ກໍາລັງລະດົມວັດຖຸ, ປັດໃຈ ແລະ ແຮງງານຈາກສັງຄົມເພື່ອສືບຕໍ່ຊ່ວຍເຫຼືອປຸກເຮືອນໃຫ້ຄອບຄົວດັ່ງກ່າວ ທີ່ມີເສົາຕັ້ງຢູ່ແລ້ວຂະໜາດ 6 x 7 ແມັດ ເຊິ່ງປະຈຸບັນກໍ່ມີຜູ້ໃຈບຸນຫລາຍພາກສ່ວນທີ່ສະເໜີໃຫ້ການຊ່ວຍເຫຼືອມາຈຳນວນໜຶ່ງແລ້ວ.

About admins16