ໄອຍະການປະຊາຊົນ ປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ      67 ປີ.

ຕອນບ່າຍ ວັນທີ 20 ເມສາ 2022 ນີ້, ໜ່ວຍຊາວໜຸ່ມຮາກຖານ ອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955 -14 ເມສາ 2022) ຢູ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໂດຍການເປັນປະທານ ແລະ ໃຫ້ກຽດປະຖາກະຖາ ຂອງສະຫາຍ ທອງໃບ ພຽນວົງ  ເລຂາໜ່ວຍພັກຮາກຖານ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ເຊີ່ງຫຼາຍຮ້ອຍປີແຮງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ,  ຊາວໜຸ່ມຈໍານວນບໍ່ໜ້ອຍ ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນ, ຜ່ານຂະບວນການດັ່ງກ່າວນັ້ນ ໄດ້ມີບັນພະບູລຸດທີ່ມີຊື່ສຽງເຊັ່ນ: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊເສດຖາທິລາດ, ເຈົ້າອານຸວົງ, ປະທານໄກສອນ ພົມວິຫານ ແລະ ທ່ານອືື່ນໆ ໄດ້ນໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ ໄດ້ນໍາພາປະເທດຊາດ ຜ່ານພາຍຸລົມແດງ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ຮັກສາດີນແດນໄວ້ໄດ້ຢ່າງໝັ້ນຄົງ,  ມີນໍ້າໃຈຮັກເຊື້ອແພງຊາດບໍ່ຍອມຈໍານົນສັດຕູ, ນໍ້າໃຈເສຍສະຫຼະເລືອດເນື້ອເພື່ອຊາດ, ຍ້ອນໄດ້ຖືກອົບຮົມບົ່ມສອນມາແຕ່ຕອນຍັງໝຸ່ມ, ທັງໝົດນັ້ນ ແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເຮັດສໍາເລັດພາລະກໍາປະຫວັດສາດຊາດຂອງຕົນ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.   ຍ້ອນເຫັນໄດ້ບົດບາດ, ໜ້າທີ່ ແລະ ຄວາມຈົ່ງຮັກພັກດີຂອງຊາວໜຸ່ມ  ຕໍ່ພັກ, ຕໍ່ປະເທດຊາດ , ພັກປະຊາຊົນປະຕິວັດລາວ ຈື່ງຖື​ເອົາ ​ວັນ​ທີ 14 ​ເມສາ ​1955  ເປັນ​ວັນ​ສ້າງ​ຕັ້ງ  ຄະນະ​ຊາວໜຸ່ມປະຊາຊົນປະຕິວັດ​ລາວ  ເປັນ​ວັນ​ສຳຄັນ​ຍິ່ງ​ໃຫ່ຍແຫ່ງການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຊາວໜຸ່ມລາວ​ບັນດາ​ເຜົ່າ,

 ​ເປັນ​ວັນ​ແຫ່ງ​ການ​ສຶກສາ​ຮ່ຳຮຽນ ​ແລະ ສືບ​ທອດ​ມູນ​ເຊື້ອຊາວໜຸ່ມຮຸ່ນ​ກ່ອນ, ​ເພື່ອ​ເຮັດ​ໃຫ້​ພາລະ​ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ ຊາວໜຸ່ມປະຊາຊົນປະຕິວັດ​ລາວ ກວ້າງຂວາງ​ສູງ​ສົ່ງ ​ແລະ ໜັກແໜ້ນ​ເຂັ້ມ​ແຂງ​ຂື້ນ, ສືບຕໍ່ສ້າງຜົນງານ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນຂອງ​ພັກ​-ຂອງ​ຊາດ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ  ຊາວໜຸ່ມຈົ່ງ​ນຳໜ້າ, ປະຈັນບານ​ ເຂົ້າ​ໃນໜ້າທີ່​ວຽກ​ງານ​ໃຫ້​ສົມກັບ ປະທານ​ໄກສອນ ພົມວິຫານ ຂະໝານນາມ​ໄວ້​ວ່າ: “ ຊາວໜຸ່ມຈົ່ງ​ກາຍ​ເປັນ​ດັ່ງນົກ​ອິນ​ຊີ ທີ່​ບໍ່ຫວັ່ນ​ກົວ​ຕໍ່ພາຍຸ​ລົມ​ແດງ ຈົ່ງ​ກາຍ​ເປັນ​ສິນ​ໄຊ​​ ​ແຫ່ງ​ຍຸກ​ສະ​ໄໝພວກ​ເຮົາ . ນອກນັ້ນ ຍັງໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ທີ່ໄດ້ສຸມທຸກສະຕິເຫື່ອແຮງເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ວຽກງານຊາວໜຸ່ມ, ວຽກງານຂະບວນການ ແລະ ການຊ່ວຍເຫຼືອສັງຄົມ ເຊີ່ງໄດ້ມີຫຼາຍຜົນງານທີ່ພົ້ນເດັ່ນ ແລະ ພ້ອມກັນເຮັດສໍາເລັດທຸກໜ້າຕາມການຈັດຕັ້ງຂັ້ນເທິງມອບໝາຍ.

ໂອກາດດັ່ງກ່າວ ພິທີຍັງໄດ້ ຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ເລກທີ 918/ຄຊໜ.ຂບຊ ວ່າດ້ວຍການຍ້ອງຍໍສະມາຊິກໜ່ວຍຊາວໜຸ່ມຮາກຖານ ອົງກາໄອຍະການປະຊາຊົນແຂວງບໍລິຄໍາໄຊ  ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2021 ຈໍານວນ 15 ສະຫາຍ, ຍິງ 08 ສະຫາຍ .

 

About admin11