ເຈົ້າແຂວງ ລົງຕິດຕາມ – ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງ ຢູ່ພາຍໃນເທດສະບານເມືອງ ປາກຊັນ

ໃນວັນທີ 20 ເມສາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ພາກສ່ວນທີກ່ຽວຂ້ອງ ລົງຕິດຕາມ – ຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງພາຍໃນເທດສະບານຂອງເມືອງປາກຊັນ.

ທ່ານເຈົ້າແຂວງພ້ອມດ້ວຍຄະນະ ໄດ້ລົງຕິດຕາມສໍາຫຼວດເບິ່ງ ການກໍ່ສ້າງເສັ້ນທາງ ປູຢ່າງ 2 ຊັ້ນ ແຕ່ 3 ແຍກໂຮງໝໍແຂວງ ຫາ ບ້ານປາກປຶ່ງ ຂອງບໍລິສັດ ກຸ່ມຄໍາໃຜ່ຊະນະຈໍາກັດຜູ້ດຽວ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາຕົວເມືອງ ຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 4 ພາຍໃນເທດສະບານເມືອງປາກຊັນ.

ເນື່ອງໃນໂອກາດທີ່ທ່ານ ເຈົ້າແຂວງ ໄດ້ລົງຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການໃນດ້ານຕ່າງໆ ພາຍໃນເທດສະບານເມືອງປາກຊັນໃນຄັ້ງນີ້ ທ່ານເຈົ້າແຂວງພ້ອມດ້ວຍຄະນະ ຍັງໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ຈາກຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ພ້ອມນັ້ນຍັງໄດ້ລົງພາກສະໜາມ ເພື່ອສໍາຫຼວດເບິງການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະວຽກງານ ເຊິງໃນນີ້ປະກອບມີໂຄງການກໍ່ສ້າງສະໜາມກໍາຈັດຂີ້ເຫຍື້ອ ຢູ່ບ້ານໂພນສູງ, ໂຄງການກໍ່ສ້າງຮ່ອງລະບາຍນໍ້າຝົນ, ຢູ່ເຂດບ້ານສີວິໄລ, ບ້ານມີໄຊ, ບ້ານໂພສີ ແລະ ບ້ານໂພໄຊ, ໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນ, ການກໍ່ສ້າງເສັ້ນທາງປູຢ່າງ 2 ຊັ້ນ ພາຍໃນເທດສະບານເມືອງປາກຊັນ ແລະ ການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆອີກຈໍານວນໜຶ່ງ.

ໂດຍລວມແລ້ວ ມາຮອດປະຈຸບັນ ເຫັນວ່າການຈັງຕັ້ງປະຕິບັດວຽກງານໂຄງການໃນແຕ່ລະດ້ານ ແມ່ນມີຄວາມຄືບໜ້າ ແລະ ກໍາລັງຈັດຕັ້ງປະຕິບັດ ເປັນໄປຕາມທິດທາງແຜນການທີ່ຄະນະຮັບຜິດຊອບວຽກງານວາງໄວ້ໃນທຸກໆດ້ານ ເຊິ່ງຄາດວ່າໃນທ້າຍປີ 2023 ທີ່ຈະມາເຖິງ ໂຄງການກໍ່ສ້າງໃນແຕ່ລະດ້ານຈະສາມາດກໍ່ສ້າງສໍາເລັດ 100%.

ໂອກາດດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຍ້ອງຍໍ – ຊົມເຊີຍ ມາຍັງຄະນະຮັບຜິດຊອບ ພະນັກງານວິຊາການຂອງໂຄງການ ຕະຫຼອດຮອດພະແນກການ ທີ່ກ່ຽວຂ້ອງໃນແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຢ່າງມີຜົນສໍາເລັດຕາມລະດັບຄາດໝາຍ.

ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງ ໃຫ້ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ເພີ່ມຕື່ມຕໍ່ກັບຂອດປະສານງານ ແລະ ມາດຕະການໃນດ້ານຕ່າງໆ ຢ່າງເຂັມງວດ ໂດຍສະເພາະແມ່ນການຕິດຕາມກວດກາ – ລາຍງານ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ຢ່າງເປັນປະຈໍາ, ເອົາໃຈໃສ່ຕໍ່ກັບຄວາມປອດໄພ ໃນຊ່ວງໄລຍະການກໍ່ສ້າງຂອງໂຄງການ ເພື່ອຫຼຸດຜ່ອນອຸປະຕິເຫດ ແລະ ຜົນກະທົບທາງດ້ານສິງແວດລ້ອມ ບໍລິເວນຂອບເຂດໃກ້ຄຽງ ຕະຫຼອດຮອດການປັບປຸງແກ້ໄຂວຽກງານບາງດ້ານ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງຕາມເຕັກນິກວິຊາການ ແລະ ອື່ນໆ.

About admins14