ອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ເປີດຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ

          ຕອນເຊົ້າ ວັນທີ 24 ມີນາ 2022 ອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ໜ່ວຍ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ພາຍໃຕ້ຄຳຂັວນຂອງຊາວໜຸ່ມທີ່ວ່າ:  “ຕໍາຫຼວດປະຊາຊົນ,  ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ”  ນັ້ນກໍ່ໝາຍຄວາມວ່າ ໃນເມື່ອປະເທດຊາດ, ປະຊາຊົນ ກໍ່ຄືສັງຄົມພວມພົບຄວາມຫຍຸ້ງຍາກ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກຳລັງປ້ອງກັນຄວາມສະຫງົບພວກເຮົາ ແມ່ນກຽມພ້ອມຮັບໃຊ້ໜ້າທີ່ການເມືອງຂອງຕົນ ຕາມທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຈິດໃຈຟົດຟື້ນປະຕິວັດຂອງພວກເຮົາ.

ໃຫ້ກຽດເຂົ້າຮ່ວມພິທີເປີດຂະບວນການດັ່ງກ່າວໂດຍ ທ່ານ ພັນໂທ  ລາຕີ ພິລາວົງ  ຫົວໜ້າກອງບັນຊາການ ປກສ ເມືອງ, ທ່ານ ພັທ ກອງລະສັກ ສີສຸກລາດ  ຮອງຫົວໜ້າຫ້ອງການເມືອງ, ຄະນະປະຈຳຊາວໜຸ່ມແຂວງ, ເລຂາຊາວໜຸ່ມຮາກຖານ ປກສ ແຂວງ, ທ່ານ ພັນໂທ ນາງ  ສີສົມພອນ ຈະເລີນລາດ  ຄະນະສະຫະພັນຮາກຖານແມ່ຍິງ ປກສ ແຂວງ,  ທ່ານ ສີສຸພັນ ວົງວິໄລ ຮອງຫົວໜ້າອົງການກາແດງ ແຂວງບໍລິຄໍາໄຊ, ມີພະນັກງານອົງການກາແດງແຂວງ, ຕະຫຼອດຮອດ ສະມາຊິກຊາວໜຸ່ມ – ແມ່ຍິງ ປກສ ເມືອງປາກຊັນ ເຂົ້າຮ່ວມ.

ການບໍລິຈາກເລືອດໃນຄັ້ງນີ້  ກໍ່ເພື່ອແນ່ໃສ່ສະໜອງເລືອດໃຫ້ໂຮງໝໍແຫ່ງຕ່າງໆ  ທັງຢູ່ສູນກາງກໍ່ຄືທ້ອງຖິ່ນ ໃຫ້ມີເລືອດໄວ້ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ, ປະຈຸບັນເຫັນວ່າຢູ່ໂຮງໝໍຫຼາຍແຫ່ງ ເລືອດແມ່ນມີຄວາມຂາດແຄນຫລາຍ ແລະ ເລືອດແມ່ນມີຄວາມສຳຄັນ ແລະ ຈໍາເປັນທີ່ສຸດ ເພື່ອໄປຊ່ວຍກອບກູ້ເອົາຊີວິດ ຜູ້ທີ່ພວມເຈັບປ່ວຍ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການເລືອດ.

ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ເປັນຕົ້ນກໍ່ແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955 -22 ມິນາ 2022 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ທີ່ຈະໝູນວຽນມາຄົບຮອບ 61 ປີ ( 05 ເມສາ 1961 – 05 ເມສາ 2022 ) ໃຫ້ມີບັນຍາກາດຟົດຟື້ນ, ກ້ວາງຂວາງ ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ຢ່າງເລິກເຊິ່ງ ພ້ອມທັງສະແດງໃຫ້ເຫັນເຖິງນ້ຳໃຈເສຍສະຫຼະ ແລະ ນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນກົມກອງຂອງຕົນຢ່າງໜັກແໜ້ນ.

 

About admin11