ພະແນກ ຖວທ ແຂວງ ຫວນຄືນມູນເຊື້ອ ວັນສ້າງຕັ້ງແຂວງ ຄົບຮອບ 38 ປີ

ພິທີປາຖະກະຖາວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ ( 6 ມີນາ 1984 – 6 ມີນາ 2022), ວັນສ້າງຕັ້ງອົງການກວດກາພັກ – ລັດ ຄົບຮອບ 40 ປີ ( 16 ກຸມພາ 1982 – 16 ກຸມພາ 2022 ), ເຜີຍແຜ່ດຳລັດວ່າດ້ວຍລົດລັດ ເລກທີ 599/ລບ, ລົງວັນທີ 9 ກັນຍາ 2021 ແລະ ຄຳແນະນຳ ເລກທີ 0393/ກງ, ລົງວັນທີ 4 ກຸມພາ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມີນາ 2022 ໃຫ້ກຽດປາຖະກະຖາໂດຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະພະແນກ ຖວທ ແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນທ້າຍສະຕະວັດທີ 19 ຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ – ປົກຄອງ ແລະ ປຸ້ນສະດົມປະເທດເຮົາ, ເລີ່ມແຕ່ເວລານັ້ນມາ ປະຊາຊົນລາວ ຢູ່ທຸກຫົນແຫ່ງຂອງປະເທດ ໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ຕໍ່ໜ້າສະພາບການດັ່ງກ່າວ ພັກຄອມມູນິດອິນດູຈີນ ໄດ້ວາງຍຸດທະສາດຫັນທິດການຕໍ່ສູ້.

ເດືອນ ຕຸລາ 1946 ໄດ້ມີກອງປະຊຸມຄະນະຕໍ່ຕ້ານເຂດຕາເວັນອອກທີ່ເມືອງວີງ ສສ ຫວຽດນາມ ແລະ ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການຕາເວັນອອກຂອງປະເທດລາວ ພ້ອມເປັນເອກະສັນກັນເລືອກຕັ້ງຄະນະຊີ້ນຳລວມ 5 ສະຫາຍ ໂດຍມີສະຫາຍ ໜູຮັກ ພູມສະຫວັນ ເປັນຫົວໜ້າ, ນັບແຕ່ນັ້ນມາ ແສງສະຫວ່າງຂອງການປະຕິວັດ ໄດ້ແຜ່ລັດສະໝີ ເຂົ້າມາເຂດຕາເວັນອອກເມືອງຄຳເກີດ ໂດຍສະເພາະເຂດເມືອງຈຳ ເຊິ່ງເປັນຈຸດກຳເນີດຂອງການປະຕິວັດຂອງແຂວງບໍລິຄຳໄຊ.

ຮອດປີ 1954 ໄດ້ສົມທົບກັບອາສາສະໝັກຫວຽດນາມ ປົດປ່ອຍນາແປ, ຫຼັກ 20, ຄຳເກີດ, ຫີນບູນ ແລະ ບ່ອນອຶ່ນໆ, ຕົ້ນປີ 1963 ສັດຕູໄດ້ທໍາການບຽດຢຶດເອົາເຂດແນວຫຼັງຂອງພວກເຮົາ ບໍລິເວນພູສູງຜາເມືອງນ້ອຍ ແລ້ວຢຶດຕັ້ງຢູ່ສາມສອກ, ປີ 1964 ຈັກກະພັດອາເມລິກາ ໄດ້ຂະຫຍາຍສົງຄາມຂຶ້ນສູ່ລະດັບສູງ ພວກເຮົາຖືກທຳລາຍທັງຊີວິດ, ຊັບສິນ ແລະ ສັດສາວາສິ່ງ ຢ່າງຮ້າຍແຮງ.

ເດືອນຕຸລາ 1968 ສູນກາງພັກ ໄດ້ຍົກຖານະສະຫະເມືອງເກົ້າສິບ ຂຶ້ນເປັນແຂວງບໍລິຄຳໄຊ ຊຶ່ງມີຄວາມໝາຍ: ບໍລິ ໝາຍເຖິງເມືອງບໍລິຄັນ, ຄຳ ໝາຍເຖິງເມືອງຄໍາເກີດ ແລະ ໄຊ ໝາຍເຖິງໄຊຊະນະ.

ເພື່ອເຮັດໃຫ້ການຊີ້ນຳ – ນຳພາ ມີຄວາມສະດວກ ຕອບສະໜອງຮອງຮັບ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມການເມືອງສູນກາງພັກ ໄດ້ມີມະຕິ ເລກທີ 03/ກມສພ, ລົງວັນທີ 6 ມີນາ 1984 ວ່າດ້ວຍການສ້າງຕັ້ງແຂວງບໍລິຄໍາໄຊ ເຊິ່ງລົງນາມໂດຍທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນຳແຂວງບໍລິຄຳໄຊ ໂດຍສະຫາຍ ບູນທອນ ລໍໄຊປັນຍາ ເປັນເຈົ້າແຂວງ ແລະ ມີຄະນະຈຳນວນໜຶ່ງ, ເລີ່ມແຕ່ນັ້ນເປັນຕົ້ນມາ ຄະນະນຳຂອງແຂວງກໍ່ໄດ້ອອກແຮງເຄື່ອນໄຫວຊີ້ນຳ – ນຳພາໃນທຸກຂົງເຂດວຽກງານ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.

ພ້ອມນີ້ ທ່ານອຸດອນ ສອນສຸລິນ ຍັງໄດ້ເລົ່າຄືນວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ.

ທ່ານ ສົນທອງ ວີບຸນກວ້າງ ຮອງພະແນກ ຖວທ ແຂວງ ຍັງໄດ້ຍົກເຫັນເນື້ອໃນຂອງດຳລັດວ່າດ້ວຍລົດລັດ ເລກທີ 599/ລບ, ລົງວັນທີ 9 ກັນຍາ 2021 ວ່າ: ຈຸດປະສົງກໍ່ເພື່ອກຳນົດຫຼັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງຂອງພັກ-ລັດ, ຕະຫຼອດຮອດພະນັກງານຜູ້ທີ່ມີສິດນໍາໃຊ້ລົດປະຈໍາຕໍາແໜ່ງການນໍາຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ ທັງຮັບປະກັນ ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ການປະກອບລົດບໍລິຫານລວມຂອງແຂວງ, ນະຄອນຫຼວງວຽງຈັນ ລົດຮັບໃຊ້ວຽກງານບໍລິຫານລວມຂອງ ແຂວງ, ນະຄອນຫຼວງວຽງຈັນ ປະກອບໃຫ້ດັ່ງນີ້: ລົດບໍລິຫານລວມຂອງແຂວງ, ນະຄອນຫຼວງວຽງຈັນ ປະກອບລົດໃຫຍ່ໃຫ້ບໍ່ເກີນ ສາມ ຫາ ເຈັດ ຄັນ, ໃນນັ້ນ ປະເພດລົດຈິບ ສາມ ຄັນ, ສ່ວນທີ່ເຫຼືອເປັນລົດຕູ້ ຫຼື ລົດກະບະ ຕາມຄວາມເໝາະສົມ, ລົດບໍລິຫານລວມຂອງຫ້ອງວ່າການ, ພະແນກການ ແລະ ທຽບເທົ່າ ປະກອບໃຫ້ຕາມໜ້າວຽກ ໜ້ອຍ ຫຼື ຫຼາຍ, ກວ້າງ ຫຼື ແຄບ, ແຕ່ປະເພດລົດໃຫຍ່ທີ່ເປັນລົດກະບະ ຫຼື ລົດຕູ້ ບໍ່ເກີນ ສາມ ຫາ ຫ້າຄັນ, ລົດຈັກບໍ່ເກີນ ຫ້າ ຄັນ, ສໍາລັບລົດຮັບໃຊ້ລວມຂອງສະຖານການສຶກສາທີ່ຂຶ້ນກັບແຂວງ, ນະຄອນຫຼວງວຽງຈັນ ແມ່ນໃຫ້ ປະກອບໃຫ້ ໂດຍອີງຕາມ ຈຳນວນພົນນັກສຶກສາ ໂດຍປະກອບ ລົດກະບະ, ລົດຕູ້ ຫຼື ລົດບັດຊາວຫ້າບ່ອນນັ່ງ ຫາ ສີ່ສິບຫ້າບ່ອນນັ່ງ ຕາມຄວາມເໝາະສົມ, ແຕ່ລົດໃຫຍ່ບໍ່ໃຫ້ເກີນ ສາມຄັນ ແລະ ລົດຈັກຈຳນວນໜຶ່ງ. ດຳລັດສະບັບນີ້ ມີທັງໝົດ 7 ໝວດ 26 ມາດຕາ.

About admins16