ຫ້ວຍສຽດ ເປີດຂະບວນການ ປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ

ຕອນເຊົ້າວັນທີ 01 ມີນາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ອາລາມວັດ ບ້ານ ຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄໍາ,  ໂດຍການເປັນປະທານຂອງທ່ານ ທະນູໄຊ ແສນອານົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີທ່ານ ພັນໂທ ພູວາ ຜາຍພະຈັນ ຄະນະພັກກອງບັນຊາການ, ຫົວໜ້າພະແນກ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ພະນັກງານ – ນັກຮົບ, ປກສ ກຸ່ມບ້ານ, ເລຂາພັກບ້ານ – ນາຍບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂື້ນເຜີຍແຜ່ ເອກະສານທີ່ສໍາຄັນໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຊື່ອມຊືມ, ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ  ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງກອງບັນຊາການ ປກສ ເມືອງປາກຊັນ.

 ການແກ້ໄຂບັນຫາຢາເສບຕິດຢູ່ບ້ານ ຫ້ວຍສຽດ ເມືອງປາກຊັນຄັ້ງນີ້ ບັນດາຄະນະຮັບຜິດຊອບທຸກຂັ້ນ ຈະໄດ້ຮ່ວມມືປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເພື່ອເຮັດວຽກງານສອບສວນຂັ້ນພື້ນຖານ, ເກັບກໍາສະພາບລວມຂອງບ້ານ, ຄັດຈ້ອນ, ຂື້ນບັນຊີເປົ້າໝາຍ, ແບ່ງປະເພດເປົ້າໝາຍ ເຊັ່ນ: ເປົ້າໝາຍຄ້າ – ຂາຍ, ຂົນສົ່ງ, ເປົ້າໝາຍເຄີຍຖືກຄະດີ, ເຄີຍຖືກສານຕັດສິນ, ເຄີຍຖືກດັດສ້າງ, ຖືກສຶກສາອົບຮົມ, ເປົ້າໝາຍຕ້ອງສົງໄສ ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ.

ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍ່ຈະໄດ້ເຮັດບົດບັນທຶກມອບໃຫ້ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ ສຶກສາອົບຮົມໃຫ້ຢຸດເຊົາ ຫຼື ສົ່ງຕົວໄປບໍາບັດປິ່ນປົວ.

ເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານ ແມ່ນຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ ເຊັ່ນ: ນໍາຕົວມາກວດນໍ້າປັດສະວະເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

 

About admin11