
ໃນວັນທີ 25 ກຸມພາ 2022 ນີ້ຢູທີ່ເມືອງປາກຊັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານການເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໂດຍເປັນກຽດເຂົ້າຮ່ວມກອງປະຊຸມຂອງທ່ານ ສຸພາລັກ ໄຊຊະນະສີ ຄະນະປະຈໍາພັກເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີຫົວໜ້າຫ້ອງການ-ຮອງຫ້ອງການ ແລະ ແຂກຖືກເຊີນ, ນາຍບ້ານເຂົ້າຮ່ວມ.


ໃນກອງປະຊຸມທ່ານ ນາງ ອໍລະດີ ວົງປະເສີດ ຮອງຫົວໜ້າຫ້ອງການການເງິນ ໄດ້ຂື້ນຜ່ານບົດລາຍງານສະຫຼຸບວຽກງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງເມືອງປາກຊັນໃນປີ 2021 ດໍາເນີນໄປທ່າມກາງເງືອນໄຂສະພາບເສດຖະກິດພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນແມ່ນການແຜ່ລະບາດຂອງໂຄວິດ 19 ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດ ແລະ ການຄ້າ-ຂາຍ ຂອງປະຊາຊົນອັນເປັນສາຍເຫດຫຼັກໆທີ່ພາໃຫ້ການຈັດເກັບລາຍຮັບຂອງເມືອງພົບຄວາມຫຍຸ້ງຍາກບໍ່ໄປຕາມແຜນການທີ່ວາງໄວ້ມີຄວາມຊັກຊ້າ ແຕ່ເຖິ່ງຢ່າງໃດກໍ່ຕາມຍ້ອນຄະນະພັກ, ອຳນາດການປົກຄອງເມືອງ ໄດ້ມີຫຼາຍມາດຕະການແກ້ໄຂບວກໃສ່ກັບຄວາມບຸກບືນຫ້າວຫັນຂອງອ້າຍນ້ອງພະນັກງານໃນຂົງເຂດການເງິນຂອງພວກເຮົາຈິ່ງສາມາດເກັບລາຍຮັບໄດ້ຕາມແຜນ ແລະ ລື່ນແຜນທີ່ກຳນົດໄວ້ ສາມາດດຸ່ນດ່ຽງເງິນຈາກແຂວງໄດ້ທັນເວລາເພື່ອເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນອື່ນໆພາຍໃນເມືອງໄດ້ຢ່າງຄົບຖ້ວນຕາມກຳນົດເວລາ ສາມາດເກັບລາຍຮັບໄດ້ 6,970,891,221 ກີບ. ທຽບໃສ່ແຜນການປີເທົ່າກັບ 104,23% ທຽບໃສ່ງົບປະມານຂອງປີຜ່ານມາ ເພີ່ມຂື້ນ 1,93%, ສວຍສາອາກອນ ປະຕິບັດໄດ້ 6,284,675,736 ກີບ ທຽບໃສ່ແຜນການປີເທົ່າກັບ 102,05% ທຽບໃສ່ງົບປະມານຂອງປີຜ່ານມາເພີ່ມຂື້ນ 0,03%, ລາຍຮັບຊັບສິນ ປະຕິບັດຕົວຈິງໄດ້ 686,215,485 ກີບ. ທຽບໃສແຜນການປີເທົ່າກັບ 129,47% ທຽບໃສ່ງົບປະມານຂອງປີຜ່ານມາ ເພີ່ມຂື້ນ 19,74%, ລາຍຮັບຈາການດຸ່ນດ່ຽງ ສາມາດປະຕິບັດໄດ້ 22,130,000 ກີບ. ທຽບໃສ່ປີຜ່ານມາ ເພີ່ມຂື້ນ 2,44%, ນອກຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດຜ່ານມາໃຫ້ສອດຄອງກັບວຽກງານຕົວຈິງ,


ຕອນທ້າຍຂອງກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງຜູ້ທີ່ມີຜົນງານໃນການຈັດເກັບລາຍຮັບ ແລະ ມອບພັນທະເຂົ້າງົບປະມານປະຈຳປີ 2021









Users Today : 215
Users Yesterday : 201
This Month : 644
This Year : 54014
Total Users : 813466
Who's Online : 3