ໜຶ່ງດວງໃຈ ປະດັບທຸງຊາດ ແລະ ທຸງພັກ ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ

ໃນວັນທີ 23 ກຸມພາ 2022 ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ກອງທຶນ 1 ດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ນຳໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ພ້ອມດ້ວຍສະມາຊິກ ໄດ້ປະດັບທຸງຊາດ ແລະ ທຸງພັກ ເພື່ອສ້າງສີສັນໃຫ້ສວາຍງາມ ດ້ານໜ້າອະນຸສາລະລີ ທ່ານ ສີສົມພອນ ລໍວັນົຊ.

ກິດຈະກຳໃນຄັ້ງນີ້ ແມ່ນໄດ້ຕົບແຕ່ງ ຮູບທຸງຊາດ – ທຸງພັກ ຂະໜາດ 4 x 6 ແມັດ ເຊິ່ງໃຊ້ດອກໄມ້ຢາງ ປະດິດຈາກຕຸກນ້ຳດື່ມ ຈຳນວນ 40.000 ດອກ ທີ່ຢູ່ທາງດ້ານໜ້າອະນຸສາວະລີ ໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນຂຶ້ນຕື່ມ, ສະມາຊິກກອງທຶນ ໄດ້ພ້ອມໃຈກັນລົງມືປະດິດດອກໄມ້ ດ້ວຍຄວາມເອົາໃຈໃສ່ສູງ ໂດຍທຸກຂັ້ນຕອນການປະດິດ ແມ່ນເຮັດດ້ວຍມືທັງໝົດ.

ຈຸດປະສົງ ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ ( 6 ມີນາ 1984 – 6 ມີນາ 2022 ) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ເປັນຂະບວນການຟົດຟື້ນ, ຮັກສາໄດ້ຄວາມສາມັກຄີ ແລະ ເປັນການເຄົາລົບເຖີງຄຸນງາມຄວາມດີ ຕໍ່ຜູ້ນຳ ແລະ ບັນພະບູລຸດຂອງລາວ.

About admins16