ສະພາປະຊາຊົນແຂວງ ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊຄັ້ງທີ II ຊຸດທີ II ທີ່ເມືອງໄຊຈຳພອນ

ໃນລະຫວ່າງວັນທີ 15 – 17 ກຸມພາ 2022 ທ່ານ ນາງ ຟອງສະໝຸດ ພົງວິຈິດ ກຳມະການພັກແຂວງ ຄະນະປະຈຳສະພາປະຊາຊົນແຂວງບໍລິຄຳໄຊ,  ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງໄຊຈໍາພອນ, ມີທ່ານ ອຸດົມ ວົງໄກສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ສົມທົບກັບການນຳເມືອງໄຊຈຳພອນ ລົງເຄື່ອນໄຫວພົບປະພໍ່ແມ່ປະຊາຊົນ 4 ບ້ານ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ II ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II.

ການລົງເຄື່ອນໄຫວຄັ້ງນີ້, ຍັງໄດ້ຮັບຟັງ ຄຳຄິດຄຳເຫັນ, ການສະເໜີຂອງປະຊາຊົນ ສະເໜີຜ່ານສະມາຊິກສະພາແຂວງ ທັງໝົດ 22 ບັນຫາ, ສະມາຊິກສະພາປະຊາຊົນແຂວງ ແລະ ຕ່າງໜ້າອົງການປົກຄອງເມືອງ ໄດ້ອະທິບາຍ, ຊີ້ແຈງກັບທີແລ້ວ 15 ບັນຫາ, ໃນນີ້ ມອບໃຫ້ບ້ານເກັບກຳຂໍ້ມູນຄືນບັນຫາກ່ຽວກັບ ສະເໜີຂໍທໍ່ຢາງດຳ ແລະ ກະຕ່າເຫຼັກເຮັດຝາຍກວຍເຫຼັກ, 17 ບັນຫາ ແມ່ນຈະຕ້ອງໄດ້ສະເໜີ ໃຫ້ຄະນະປະຈຳພັກເມືອງຮັບຊາບ ເພື່ອເອກະພາບ ແລະ ສືບຕໍ່ຊີ້ນຳຂະແໜງການກ່ຽວຂ້ອງຄົ້ນຄວ້າພິຈາລະນາ ແກ້ໄຂ ໃຫ້ທັນເວລາ.

ປະຊາຊົນບ້ານນ້ຳສັກ ສະໜີຊ່ວຍຄົ້ນຄວ້າຕະຫຼາດຈຳໜ່າຍຂີງດຳ ທີ່ເປັນຜົນຜະລິດຂອງປະຊາຊົນພາຍໃນບ້ານ.

ບ້ານໂພນງາມ ສະເໜີຂະຫຍາຍທຳການຜະລິດຢູ່ໃນຂອບເຂດ ປ່າສະຫງວນ ແລະ ຂໍທຶນຂະຫຍາຍອ່າງນ້ຳລີນ ເນື່ອງຈາກປະຊາກອນພາຍໃນບ້ານເພີ່ມຂື້ນເຮັດໃຫ້ປະລິມານນ້ຳໃຊ້ບໍ່ພຽງພໍ.

ບ້ານຄຳກູນາ ສະເໜີໃຫ້ຊ່ວຍຊຸກຍູ້ບໍລິສັດ ບໍ່ຄຳ ຄຳເກີດ – ແສນອຸດົມ 2 ຈຳກັດ ເພື່ອຊໍາລະງົບປະມານ ປົກປັກຮັກສາປ່າ ພູສີທົນ ແລະ ບ້ານນາແຈງ ຊ່ວຍຄົ້ນຄວ້າ ງົບປະມານ ຈັດຊື້ອຸປະກອນ ສ້ອມແປງເຮືອນໃຫ້ຄອບຄົວອານາຖາ ຈຳນວນ 1 ຄອບຄົວ ທີ່ສະເໜີຜ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ໃນການລົງເຄື່ອນໄຫວຄັ້ງນີ້.

 

 

About admin11