
ໃນຕອນບ່າຍຂອງວັນທີ 15 ກຸມພາ 2022 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ເຈົ້າແຂວງ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບແຂວງບໍລິຄຳໄຊ ເປັນຕົ້ນວຽກງານດ້ານເສດຖະກິດຂອງແຂວງ, ວຽກງານດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແກ້ໄຂບັນຫາ 4 ເຖື່ອນ, ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມທຸກຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ ໂດຍຕ້ອງສຸມໃສ່ 3 ຫຼັກການຕົ້ນຕໍ ທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ ເປັນຕົ້ນ: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ແຕ່ໃນທາງປະຕິບັດຕ້ອງຢຶດໝັ້ນ 3 ມາດຕະການຕົ້ນຕໍຄື ມາດຕະການສຶກສາອົບຮົມ, ມາດຕະການບໍລິຫານ ແລະ ມາດຕະການທາງດ້ານກົດໝາຍ.

ຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ຂອງທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍ່ເພື່ອເປັນການຢື້ຢາມຖາມຂ່າວ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານ ຕາມສາຍຕັ້ງຂອງຕົນ ທັງເປັນການສ້າງໄມຕີຈິດມິດສະຫາຍ ໃນລະບົບສານປະຊາຊົນ ແຕ່ຂັ້ນສູນກາງ ລົງຮອດທ້ອງຖີ່ນ.









Users Today : 174
Users Yesterday : 201
This Month : 603
This Year : 53973
Total Users : 813425
Who's Online : 5