
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ຢູ່ຫ້ອງປະຊຸມ ສູນໄອຊີທີ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມວິທີການນຳໃຊ້ ລາຍຊື່ບັນຊີ Microsoft Teams ແລະ Office 365 A1 (ລາຍເຊັນ) ຂອງຂະແໜງການສຶກສາ. ພາຍໃຕ້ການເປັນປະທານຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງທີ່ຮ່ວມທາງອອນໄລ ໃນຮູບແບບທາງໄກ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອແນະນຳການນຳໃຊ User Account office 365 A1 ໃນການເຮັດວຽກທາງອອນລາຍ ຮ່ວມກັບຜູ້ບໍລິຫານການສຶກສາ – ກິລາ ທົ່ວປະເທດ, ເຊິ່ງເປັນ User ລາຍເຊັນ ສາມາດນຳໃຊ້ໄດ້ແບບບໍ່ຈຳກັດເວລາ.
ໃນກອງປະຊຸມທີມງານຄູຝຶກຈາກສູນ ICT ຂອງແຂວງແມ່ນໄດ້ຕັ້ງຫນ້າເອົາໃຈໃສ່ນໍາພາແຕ່ລະຂັ້ນຕອນຂອງວິທີການນຳໃຊ້ ລາຍຊື່ບັນຊີ Microsoft Teams ແລະ Office 365 A1 (ລາຍເຊັນ) ໃນການເຮັດວຽກທາງອອນລາຍ ຂອງຜູ້ບໍລິຫານການສຶກສາທົ່ວແຂວງ ຮ່ວມກັບຜູ້ບໍລິຫານການສຶກສາ-ກິລາ ທົ່ວປະເທດ.

ໃນການຝຶກອົບຮົມຄັ້ງນີ້ ແມ່ນເລັ່ງໃສ່ໃຫ້ຜູ້ບໍລິຫານການສຶກສາທົ່ວແຂວງ ສາມາດນໍາໃຊ້ລາຍຊື່ບັນຊີ Microsoft Teams ແລະ Office 365 A1 (ລາຍເຊັນ), ກອງປະຊຸມແມ່ນໄດ້ຮັບຄວາມສົນໃຈ ແລະ ເອົາໃຈໃສ່ຈາກຜູ້ແທນກອງປະຊຸມພາຍໃນຫ້ອງ ແລະ ທາງອອນໄລ ພ້ອມທັງສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.

ພາຍຫລັງທີ່ຝຶກອົບຮົມສໍາເລັດແລ້ວ ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ຈະໄດ້ນໍາເອົາບົດຮຽນດັ່ງກ່າວເຂົ້າໄປໝູນໃຊ້ໃນໜ້າທີ່ວຽກງານ ແລະ ຜັນຂະຫຍາຍພາຍໃນກົມກອງຂອງຕົນໃຫ້ຮູ້ທົ່ວເຖີງ.










Users Today : 181
Users Yesterday : 201
This Month : 610
This Year : 53980
Total Users : 813432
Who's Online : 3