ກອງປະຊຸມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ  ກ່ຽວກັບການແກ້ໄຂຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ

ຕອນເຊົ້າ ວັນທີ 17 ທັນວາ 2021 ນີ້, ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານ-ການເມືອງແນວຄິດ ໄດ້ໃຫ້ກຽດຕ້ອນຮັບຄະນະນໍາອົງການໄອຍະການປະຊາຊົນສູງສຸດ ທີ່ລົງມາເຜີຍແຜ່ເຊື່ອມຊືມຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຢູ່ອົງການໄອຍະການແຂວງບໍລິຄໍາໄຊ, ໂດຍມີທ່ານ ພົນຈັດຕະວາ  ສີໄຫວ ໄມພອນ ຄະນະພັກກົມໃຫ່ຍການເມືອງກອງທັບ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ  ທັງເປັນຫົວໜ້າອົງການໄອຍະການທະຫານຂັ້ນສູງ.

ຫລັງຈາກນັ້ນ ທີ່ຫ້ອງປະຊຸມເບີ 2 ຂອງແຂວງ ກໍ່ໄດ້ເປິດກອງປະຊຸມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ  ກ່ຽວກັບການແກ້ໄຂຢາເສບຕິດ ໂດຍມີ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະ,  ຄະນະອົງການໄອຍະການປະຊາຊົນເຂດ1, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ພະນັກງານວິຊາການໄອຍະການປະຊາຊົນແຂວງ ແລະ ເຂດ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການເຊື່ອມຊືມເອກະສານທີ່ສໍາຄັນຫຼາຍເອກະສານ ເຊັ່ນ: ເອກະສານຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021  ວ່າດ້ວຍເພີ່ມທະວີການນຳພາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັນເລກທີ 19/ນຍ, ລົງວັນທີ 04 ຕຸລາ 2021, ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປິ 2021-2023, ຄໍາສັ່ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການດຳເນີນຄະດີຢາເສບຕິດ ແລະ ຄະດີຟອກເງີນ, ຄໍາສັ່ງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄຫມວິສາມັນເທື່ອທີ1 ຂອງສະພາແຫ່ງຊາດ ຊຸດທີ IX, ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ວຽກງານໄອຍະການ.  ຈຸດປະສົງ ເພື່ອສ້າງຄວາມເປັນເອກະພາບດ້ານທັດສະນະ, ຄວາມຮັບຮູ້ເຂົ້າໃຈ ແລະ ການກະທຳຕົວຈິງ ໃນອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ, ເດັດດ່ຽວຈັດຕັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງເດັດຂາດ ແລະ ເຂັ້ມງວດ,  ໂດຍອິງໃສ່ 3 ຫລັກການ, 2 ຢຶດຫມັ້ນ, 2 ມາດຕະການ ແລະ 3 ຕ້ານ, ຮັບຮູ້ເຂົ້າໃຈຕໍ່ທັດສະນະຂອງພັກ ແລະ ຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

 ທີ່ວ່າ: ເດັດຂາດ, ໂປ່ງໃສ , ເປັນມືອາຊີບ, ໂດຍສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສືກສາອົບຮົມ, ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ. ເພື່ອຮັບປະກັນໃຫ້ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຮິບດ່ວນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ຄຽງຄູ່ກັບການສ້າງກົນໄກປະສານງານ ແລະ ເປັນເຈົ້າການຊຸກຍູ້ບັນດາຂະແໜງການ, ພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ສຳເລັດຕາມຈຸດປະສົງ, ຄາດໝາຍ ແລະ ກຳນົດເວລາວາງໄວ້.  ເພື່ອເຮັດໃຫ້ການດຳເນີນຄະດີກ່ຽວກັບຢາເສບຕິດ ແລະ ຄະດີຟອກເງີນໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໃສ ຖືກຕ້ອງຕາມກົດໝາຍ, ໄດ້ຮັບການຈັດຕັ້ງປະຕິບັດ, ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝວິສາມັນ  ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ເຂົ້າສູ່ວຽກງານຕົວຈິງຂອງອົງການໄອຍະການປະຊາຊົນ ໃຫ້ເປັນແຜນບູລິມະສິດສໍາຄັນ, ດ້ວຍການສຸ່ມໃສ່ຕິດຕາມກວດກາການດຳເນີນຄະດີກ່ຽວກັບຢາເສບຕິດ ແຕ່ຫົວທີໃຫ້ຮອບດ້ານ, ຄົບຖ້ວນ, ພາວະວິໃສ ແລະ ຍຸຕິທຳ ຮັບປະກັນໃຫ້ຜູ້ກະທຳຜິດຕ້ອງໄດ້ຮັບການຖະແຫຼງ ແລະ ສັ່ງຟ້ອງຂື້ນສານຕັດສີນລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ມີຄວາມປັນເອກະພາບໃນຂອບເຂດທົ່ວປະເທດ.

About admin11