ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2021 ເປັນກຽດໃນພິທີເປີດ ກອງປະຊຸມຄັ້ງນີ ມີພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາຄີມ ສະໄຕເນີ (Achim Steiner) ຮອງປະທານກຸ່ມການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ, ຜູ້ອໍານວຍການໃຫຍ່ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ, ມີບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົົນ, ອຳນາດການປົກຄອງຂັ້ນແຂວງ ແລະ ຕາງໜ້າຈາກພາກສັງຄົມ ແລະ ພາກເອກະຊົນເຂົ້າຮ່ວມ. ສຳລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນຄຳ ແມ່ນຜົນຂອງຄວາມພະຍາຍາມຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາທີ່ໄດ້ມີສ່ວນຮ່ວມເຂົ້າໃນການໂອ້ລົມ ແລະ ການປຶກສາຫາລືກ່ຽວກັບບັນຫາການພັດທະນາຂອງ ສປປ ລາວ ພາຍໃຕ້ຫົວຂໍ້: “ ເພີ່ມທະວີການເປັນຄູ່ຮ່ວມ ເພື່ອຍົກສູງປະສິດທິຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແນໃສ່ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນໄລຍະຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ”.
ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຫວັງທີ່ຈະໄດ້ເຫັນຄວາມມຸ້ງໝັ້ນຈາກທາງຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດເພື່ອສະໜັບສະໜຸນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະ 2021-2023 ວ່າດ້ວຍການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ແລະ ການເງິນ ພ້ອມທັງການສະກັດກັ້ນການຄ້າຂາຍຢາເສບຕິດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາພາຍໃນປີ 2026 ແລະ ການບັນລຸເປົ້າໝາຍພາຍໃຕ້ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ທ່ານຍັງກ່າວຢໍ້ຳຕື່ມວ່າ ລັດຖະບານຈະສືບຕໍ່ເອົາໃຈໃສ່ການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດສາຍພັນໃໝ່ ໂຄວິດ-19. ສໍາລັບສປປລາວມີເປົ້າໝາຍສັກວັກແຊັງໃຫ້ແກ່ພົນລະເມືອງລາວຢ່າງໜ້ອຍໃຫ້ໄດ້ 50% ພາຍໃນປີ 2021.
ທ່ານ ອາຄີມ ສະໄຕເນີ (Achim Steiner) ຮອງປະທານກຸ່ມການພັດທະນາແບບຍືນຍົງ ຍັງໄດ້ກ່າວມີຄຳເຫັນຜ່ານການບັນທຶກພາບ ແລະ ສຽງຕໍ່ກອງປະຊຸມຈາກນິວຢອກ, ຊື່ງທ່ານໄດ້ເນັ້ນໃຫ້ເຫັນວ່າ “ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແມ່ນກາລະໂອກາດຂອງ ສປປ ລາວ ໃນການບັນລຸການຫຼຸດພົ້ນຢ່າງຫຼ່ຽນໄຫຼ ” ໃນຂະນະດຽວກັນກໍ່ເນັ້ນຕື່ມອີກວ່າ “ ຂອບວຽກການຟື້ນຟູເພື່ອສ້າງຄືນໃໝ່ໃຫ້ດີກວ່າເກົ່າ ” ຈາກຜົນກະທົບຂອງພະຍາດ ໂຄວິດ-19 ນັ້ນ ຈະຕ້ອງແມ່ນພາກສ່ວນໜຶ່ງຂອງແຜນການ 5 ປີດັ່ງກ່າວ.
ຍ້ອນການແຜ່ລະບາດໄດ້ເຮັດໃຫ້ຄວາມບໍ່ສະເໝີພາບທີ່ມີຢູ່ແລ້ວຮ້າຍແຮງຂຶ້ນກວ່າເກົ່າ, ເຊິ່ງຜູ້ທີ່ມີຄວາມອ່ອນໄຫວສູງສຸດ ແມ່ນຜູ້ທີ່ໄດ້ຮັບຜົນກະທົບທີ່ຮຸນແຮງທີ່ສຸດ. ການພັດທະນາບໍ່ແມ່ນການໃຫ້ທຶນ ຫຼື ວິຊາການແຕ່ຢ່າງດຽວ ແຕ່ຕ້ອງໄດ້ຄຳນືງເຖິງຫຼັກການ ການສ້າງ ແລະ ການລົງທຶນຮ່ວມກັນ ແລະ ດ້ວຍເຫດນີ້ ໜ່ວຍງານທັງໝົດຂອງອົງການສະຫະປະຊາຊາດ ແມ່ນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການບັນລຸວາລະ 2030.
ພ້ອມນີ້ ຍັງໄດ້ປືກສາຫາລື ແລກປ່ຽນຄຳຄິດເຫັນຮ່ວມກັນ ກ່ຽວກັບການພັດທະນາ ໂດຍເອົາປະຊາຊົນເປັນໃຈກາງ, ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ມີການຄົ້ນຄ້ວາ ລົງເລິກເພື່ອປືກສາຫາລື ກ່ຽວກັບຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນ ເພື່ອປະກອບສ່ວນໃນການວາງແຜນໃນຕໍ່ໜ້າ ແລະ ໄດ້ມີການປືກສາຫາລື ກ່ຽວກັບການທົບທວນຄືນການຮ່ວມມືເພື່ອການພັດທະນາ ແລະ ການປະສານງານແນໃສ່ເພື່ອປັບປຸງປະສິດທິພາບ, ປະສິດທິຜົນຂອງວຽກງານ ທີ່ເປັນຜົນດີໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ແລະ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປ.