
ໃນວັນທີ 10 ພະຈິກ 2021 ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ໄປມອບໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວອະນາຖາ 5 ຄອບຄົວ ຢູ່ບ້ານສີວິໄລ, ບ້ານສວນສະຫວັນ, ບ້ານໂພນສະອາດ ແລະ ບ້ານປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ.
ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ ເຂົ້າສານໜຽວຈຳນວນ 5 ເປົາ, ເປົາລະ 50 ກິໂລ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 3.000.000 ກີບ.
ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ ເມືອງປາກຊັນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກແກ່ຄອບຄົວທຸກຍາກ ແລະ ຄອບຄົວອະນາຖາ ເປັນເຂົ້າສານໜຽວ ຈຳນວນ 42 ເປົາ, ເປົາລະ 50 ກິໂລ ໃຫ້ແກ່ 42 ຄອບຄົວ, ເງິນສົດ 250.000 ກີບ ໃຫ້ແຕ່ລະຄອບຄົວ ຈຳນວນ 21 ຄອບຄົວ.

ປະຈຸບັນ ເມືອງປາກຊັນ ພວມສຸມກຳລັງວັດຖຸສິ່ງຂອງຕ່າງໆ ພ້ອມສຸມກຳລັງແຮງງານຈາກອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ຂັ້ນແຂວງ ແລະ ແຮງງານຂັ້ນບ້ານ, ປຸກສ້າງເຮືອນໃຫ້ແກ່ຄອບຄົວທຸກຍາກທີ່ຂາດທີ່ພັກອາໃສ, ມີບາງຄອບຄົວກໍ່ດຶງໄຟຟ້າເຂົ້າເຮືອນ ຕາມແຕ່ລະເງື່ອນໄຂຂອງຄອບຄົວ ໂດຍນຳໃຊ້ວັດຖຸປັດໃຈທີ່ບໍລິສັດ, ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ໄດ້ປະກອບສ່ວນ.










Users Today : 576
Users Yesterday : 930
This Month : 6320
This Year : 203523
Total Users : 737487
Who's Online : 17