ສູນກາງຊາວໜຸ່ມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ລົງສູ່ຮາກຖານ

ກອງປະຊຸມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ສິງຫາ 2021 ຢູ່ທີ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງສະຫາຍ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ມີຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຊາວໜຸ່ມຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ທອງຈັນ ພູມີພັນ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໃນຄັ້ງນີ້ວ່າ: ເພື່ອເປັນການຜັນຂະຫຍາຍມະຕິ ລົງສູ່ຮາກຖານທ້ອງຖີ່ນ ໃຫ້ເປັນຮູບປະທຳ ເຊິ່ງເອກະສານທີ່ເຜີີຍແຜ່ເຊື່ອມຊືມໃນຄັ້ງນີ້ປະກອບດ້ວຍ: ກົດໝາຍວ່າດ້ວຍຊາວໜຸ່ມ, ກົດລະບຽບວ່າດ້ວຍຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໜທີ VIII, ກົດລະບຽບວ່າດ້ວຍການຈັດຕັ້ງເຍົາວະຊົນທັນວາ, ບົດແນະນຳການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ, ຍຸດທະສາດ ພັດທະນາຊາວໜຸ່ມ -ເຍົາວະຊົນ ແລະ ເອກະສານອື່ນໆ.

ການລົງມາເຄື່ອນໄຫວ ວຽກງານໃນຄັ້ງນີ້ ສະຫາຍຮອງເລຂາສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ມອບເຄື່ອງໃຫ້ຄະນະຊາວໜຸ່ມແຂວງ ເຊິ່ງລວມມີ ຜ້າອັດປາກ, ເຈວລ້າງມື, ຖົງມີ ແລະ ເຄື່ອງວັດແທກອຸນຫະພູມ ລາວມູນຄ່າ 13.950.000 ກີບ, ຢ້ຽມຢາມຄອບຄົວທຸກຍາກ ຢູ່ບ້ານສີບຸນເຮືອງ ເມືອງປາກຊັນ ໂດຍໄດ້ມອບເຄື່ອງບໍລິໂພກ ປະກອບມີ ປາກະປອງ, ໝີ່ໄວໄວ, ເຄື່ອງໃຊ້ຈໍານວນໜຶ່ງ ລວມມູນຄ່າ 1.000.000 ກີບ ແລະ ຍັງໄດ້ຢ້ຽມຢາມຄອບຄົວຕົວແບບ ດ້ານການຜະລິດຢູ່ບ້ານປາກປຶງ.

ນອກນັ້ນ ຍັງໄດ້ໄປຢ້ຽມຢາມ ໃຫ້ກຳລັງໃຈແພດໝໍ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ສູນກັກກັນພະຍາດໂຄວິດ-19 ຂອງແຂວງ ລວມມູນຄ່າ 3.100.000 ກີບ ເຊິ່ງນຳພາທາງໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ.

About admins14