ແຂວງບໍລິຄໍາໄຊ ສະຫຼຸບວຽກງານ ປກຊ – ປກສ ປະຈໍາ 06 ເດືອນຕົ້ນປີ 2021

ຕອນບ່າຍ ວັນທີ 16 ສິງຫາ 2021 ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2021 ທີ່ຫ້ອງປະຊຸມເບີ 03 ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ, ມີທ່ານ ພົນຕີ ສະຫວ່າງໄຊ ສິນນະວົງ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄະນະຮັບຜິດຊອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2021 ເຊີ່ງໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ປກຊ – ປກສ ຢູ່ແຂວງບໍລິຄໍາໄຊ, ຕີລາຄາສະພາບລວມຂອງໂລກ, ພາກພື້ນ ແລະ ສະພາບລວມພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນ ແຂວງບໍລິຄໍາໄຊ ໂດຍໄດ້ຕັ້ງໜ້າປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຸ່ມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກແຂວງ, ຈັດຕັ້ງປະຕິບັດ 04 ໜ້າທີ່ໃຫ່ຍ, 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 04 ຄາດໝາຍ, 04 ແຜນງານ ແລະ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມ ວຽກງານ ປກຊ-ປກສ 03 ແຂວງ, 01 ກອງພົນ.

ໃນໄລຍະ 06 ເດືອນຜ່ານມາ, ແຂວງ ບໍລິຄໍາໄຊ ແມ່ນຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃຫ້ໜັກແໜ້ນ, ກຳລັງ ປກຊ – ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສະດວກໃນການທໍາມາຫາກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖີ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັັກການຂອງພັກ.

ນອກນີ້ ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍັງໄດ້ສຸ່ມໃສ່ສືກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊີ່ງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງທ້ອງຖີ່ນ ແລະ ສຸ່ມໃສ່ແກ້ໄຂບັນຫາ 04 ເຖື່ອນ ໂດຍຕິດພັນກັບ 09 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ.

ຫຼັງຈາກນັ້ນ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພັດປ່ຽນກັນຂື້ນປະກອບຄໍາເຫັນແລກປ່ຽນສະພາບການວຽກງານເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ໄດ້ເອກະພາບກັນຕໍ່ກັບບົດສະຫຼຸບ ແລະ ຮັບຮອງເອົາທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນ 06 ເດືອນ ທ້າຍປີ 2021 ທີ່ຈະໄດ້ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງຂື້ນກວ່າເກົ່າ.

ຕອນທ້າຍກອງປະຊຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຊີ້ນຳ – ນໍາພາ, ການຈັດຕັ້ງປະຕິບັດວຽກງານ ປກຊ – ປກສ ໃນໄລຍະ 06 ເດືອນຜ່ານມາ, ເຖິງແມ່ນວ່າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ ແຕ່ອໍານາດການປົກຄອງ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນກໍ່ເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ ພ້ອມກັນນັ້ນ ທ່ານໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ເພື່ອຮັບປະກັນເຮັດໃຫ້ປະທດຊາດ ກໍ່ຄືແຂວງບໍລິຄໍາໄຊ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມຜາສຸກ.

About admin11