ຍົກລະດັບທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ໃຫ້ 50 ໜ່ວຍພັກຂັ້ນບ້ານ

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັນ ຮຸ່ນທີ XV ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 27 ກໍລະກົດ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, ຄະນະບ້ານ ຈຳນວນ 50 ບ້ານ ພາຍໃນ 7 ເມືອງທົ່ວແຂວງ ເຂົ້າຮ່ວມ.

ຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຄັ້ງນີ້ລວມທັງໝົດ 50 ສະຫາຍ, ຍິງ 13 ສະຫາຍ ໃນນັ້ນເລຂາພັກບ້ານ 1 ສະຫາຍ, ຮອງເລຂາພັກບ້າ່ນ 13 ສະຫາຍ, ຜູ້ກວດກາໜ່ວຍພັກບ້ານ 23 ສະຫາຍ, ຄະນະພັກບ້ານ ຮອງນາຍບ້ານ 6 ສະຫາຍ ແລະ ສະມາຊິກພັກ ຮອງນາຍບ້ານ 7 ສະຫາຍ. ການຝຶກອົບຮົມແມ່ນປະຕິບັດຕາມຫຼັກສູດທິດສະດີການເມືອງ-ການປົກຄອງ ໄລຍະສັນ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ ແລະ ມີ 9 ຫົວຂໍ້ວິທະຍາສາດຂອງແຂວງ ໂດຍຈະໄດ້ດຳເນີນການຮຽນ-ການສອນ ໃນ 3 ກຸ່ມວິຊາ, ຊຶ່ງມີ 18 ບົດ ເຊັ່ນ: ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງກະສິກຳ ແລະ ປ່າໄມ້, ການນຳພາຂອງໜ່ວຍພັກບ້ານ ຕໍ່ການສ້າງເສດຖະກິດຄອບຄົວ, ວຽກງານຍຸຕິທຳຮາກຖານ ແລະ ການສ້າງບ້ານປອດຄະດີ ແລະ ອື່ນໆ ໂດຍຈະໃຊ້ເວລາທັງໝົດ 67 ຊົ່ວໂມງຈຶ່ງສຳເລັດ.

About admins14