ຖວທ ເມືອງຄຳເກີດ ສ້າງແຜນກໍານົດພະນັກງານນໍາພາ- ຄຸ້ມຄອງ

ຕອນເຊົ້າຂອງວັນທີ 9 ກໍລະກົດ 2021 ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໄດ້ເປີດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ- ຄຸ້ມຄອງຂື້ນ ຢູ່ທີ່ສູນວັດທະນະທໍາເດັກຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງຄຳເກີດ, ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ເຂັມພອນ ປັນຍານຸວົງ ຫົວຫນ້າຫ້ອງການ ຖວທ ເມືອງ, ມີພະນັກງານພາຍໃນຫ້ອງການ ຄະນະຮັບຜິດຊອບຂັ້ນເມືອງ, ຮອງຫົວໜ້າ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄຸ້ມຄອງຂັ້ນແຂວງ ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການສັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ, ພ້ອມດຽວກັນ ຍັງໄດ້ບຳລຸງຍົກລະດັບ ພະນັກງານນຳພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ.

ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄັ້ງນີ້ ຈະໄດ້ທາບທາມຄັດເລືອກບຸກຄາລາກອນ ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນຕໍ່ໜ້າ ໃນນັ້ນປະກອບດ້ວຍຕໍາແໜ່ງຫົວໜ້າຫ້ອງການ 1 ຕໍາແໜ່ງ, ຮອງຫົວໜ້າຫ້ອງການ 3 ຕໍາແໜ່ງ, ຫົວໜ້າໜ່ວຍງານ 5 ຕໍາແໜ່ງ ແລະ ຮອງຫົວໜ້າໜ່ວຍງານ 5 ຕໍາແໜ່ງ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນການົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admin11