ຫ້ອງການກວດກາພັກ-ລັດເມືອງວຽງທອງ ສະຫຼຸບວຽກງານກວດກາ 5 ປີ

ໃນວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2016-2020) ແລະ ທິດທາງແຜນການປີ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດການເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກແຕ່ລະຫ້ອງການ ແລະ ຄະນະບ້ານຜູ້ທີ່ເຮັດວຽກກວດກາແຕ່ລະບ້ານ ເຂົ້າຮ່ວມ.

ທ່ານ ຄໍາຟອງ ໄຊສົມພູ ຮອງປະທານກວດກາພັກ-ລັດເມືອງໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວໄລຍະ 5 ປີ ຜ່ານມາຍົກໃຫ້ເຫັນດ້ານດີ, ດ້ານອອ່ນ ແລະ ຂໍ້ຄົງຄ້າງທີ່ກອງປະຊຸມຈະໄດ້ຄົ້ນຄວ້າຊອກຫາວິທີແກ້ໄຂ.

ທົ່ວເມືອງມີໜ່ວຍພັກທັງໝົດ 83 ໜ່ວຍ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນປີ 2019 ໄດ້ 58 ໜ່ວຍ ເທົ່າກັບ 75,32%, ປີ 2020 ໄດ້ 74 ໜ່ວຍ ເທົ່າກັບ 89,15% ຂອງໜ່ວຍພັກທັງໝົດ, ມີສະມາຊິກພັກທັງໝົດ 1.428 ສະຫາຍ, ຍິງ 283 ສະຫາຍ, ສະມາຊິກພັກສໍາຮອງ 54 ສະຫາຍ, ຍິງ 7 ສະຫາຍ, ສະມາຊິກປະເພດແຂງ 1.254 ສະຫາຍ, ຍິງ 272 ສະຫາຍ, ກາງ 106 ສະຫາຍ, ຍິງ 8 ສະຫາຍ ບໍ່ໄດ້ຈັດປະເພດ 67 ສະຫາຍ, ຍິງ 6 ສະຫາຍ.

ກວດກາໂຄງການລົງທຶນຂອງລັດໃນ 5 ປີ ຈໍານວນ 142 ໂຄງການ, ໃນນັ້ນ ແຂວງຄຸ້ມຄອງ 58 ໂຄງການ ມູນຄ່າ 3.702 ຕຶ້ກວ່າກີບ, ເມືອງຄຸ້ມຄອງ 84 ໂຄງການມູນຄ່າ 112 ຕຶ້ກວ່າກີບ, ໄດ້ກວດກາພະນັກງານທີ່ມີພຶດຕິກໍາສໍ້ລາດບັງຫຼວງທັງໝົດ 64 ເປົ້າໝາຍ, ໄດ້ປະຕິບັດວິໄນດ້ານບໍລິຫານ 48 ຄົນ ແລະ ດ້ານອື່ນໆ ກໍ່ໄດ້ມີການເຄື່ອນໄຫວເປັນປົກະຕິ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານກວດກາປີ 2021 ຈາກນັ້ນບັນດາທ່ານເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັນປ່່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ກັບບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອຄວາມເປັນເອກະພາບແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

About admin11