ສິນໄຊຍຸກໃໝ່ ຮ່ວມໃຈບໍລິຈາກເລືອດຊ່ວຍສັງຄົມ

ກິດຈະກຳບໍລິຈາກເລືອດຊ່ວຍສັງຄົມ ໄດ້ຈັດຂຶ້ນວັນທີ 28 ພຶດສະພາ 2021 ຢູ່ຫ້ອງການຄະນະບໍລີຫານງານຊາວໜຸ່ມແຂວງ ໂດຍການນຳພາຂອງ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ແລະ ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວໜ້າອົງການກາແດງແຂວງ, ມີພະນັກງານ, ສະມາຊິກຊາວໜຸ່ມ ຈາກຮາກຖານຕ່າງໆ ຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ຈະໝູນວຽນມາໃນອີກວາລະໜຶ່ງ ພ້ອມທັງເປັນການປຸກລະດົມບໍລິຈາກເລືອດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຫັນວ່າເລືອດມີຄວາມຂາດແຄນຫຼາຍ.

ກິດຈະກໍາໃນຄັ້ງນີ້ ໄດ້ຮັບການປະກອບສ່ວນສະໜັບສະໜູນຂອງຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງ, ສາມາດຮັບບໍລິຈາກເລືອດໄດ້ທັງໝົດ 29 ຖົງ ເພື່ອນຳຊ່ວຍກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ, ພ້ອມນັ້ນ ຍັງໄດ້ຮັບການສະໜັບສະໜູນ ຈາກຮ້ານອາຫານກຸຫຼາບປາກຊັນ ຊ່ວຍອາຫານໃຫ້ຜູ້ບໍລິຈາກເລືອດ ມູນຄ່າ 1.000.000 ກີບ.

About admins14