ກອງປະຊຸມປະສານງານ ແຜນການພັດທະນາ ໂຄງການລາວ 030

ໃນວັນທີ 30 ມີນາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມປະສານງານປະຈໍາໄຕມາດ 1 ປີ 2021 ແຜນການພັດທະນາທ້ອງຖິ່ນຂອງແຂວງບໍລິຄຳໄຊ ໂຄງການລາວ 030, ເປັນປະທານໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ຜູ້ຊີ້ວຽກງານເສດຖະກິດ, ມີຊ່ຽວຊານປະຈຳໂຄງການ ແລະ ຜູ້ຮ່ວມໂຄງການທຸກຂະແໜງການທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາບ້ານ ໄຕມາດ 1 ປີ 2021 ( ແຜນງານລາວ 030 ) ວ່າ: ເມືອງຄໍາເກີດ ມີທັງໝົດ 62 ບ້ານ ແລະ ໃນນີ້ ເປັນບ້ານເປົ້າໝາຍຂອງແຜນງານລາວ 030 ແຕ່ປີ 2018-2021 ມີທັງໝົດ 27 ບ້ານ ໃນນັ້ນ 20 ບ້ານແມ່ນເປົ້າໝາຍເກົ່າຂອງໂຄງການລາວ 021.

ໃນທ້າຍປີ 2017 ທີມງານຂອງເມືອງ ແລະ ແຂວງ ໄດ້ສໍາຫຼວດຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ຈຶ່ງຄັດເລືອກເອົາ 7 ບ້ານ ເປັນບ້ານເປົ້າໝາຍໃໝ່ຂອງແຜນງານລາວ 030, ວຽກງານກອງທຶນພັດທະນາບ້ານ ແມ່ນໜຶ່ງກົນໄກຂອງການສະໜັບສະໜູນ ໂດຍການມອບທຶນໃຫ້ແກ່ບ້ານເປົ້າໝາຍ ເພື່ອການຕັດສິນໃຈໃນການນໍາໃຊ້ແບບປະຊາທິປະໄຕ ແລະ ການຄຸ້ມຄອງບໍລິຫານ ແບບມີສ່ວນຮ່ວມ ໂດຍໄດ້ແບ່ງອອກເປັນ 2 ສ່ວນ ຄື: 60% ແມ່ນນໍາໃຊ້ເປັນການພັດທະນາບ້ານ ແບບລວມໝູ່, 40% ແມ່ນນໍາໃຊ້ເປັນທຶນໝູນວຽນ ໃຫ້ປະຊາຊົນກູ້ຢືມນໍາໃຊ້ສ້າງເສດຖະກິດ-ລາຍຮັບເຂົ້າໃນຄົວເຮືອນ.

ໃນສົກປີ 2018-2019 ແຜນງົບປະມານກອງທຶນບ້ານທັງໝົດມີ 27 ບ້ານ ງົບປະມານການຊ່ວຍເຫຼືອ 3 ຕື້ກວ່າກີບ, ສົກປີ 2020-2021 ມີກິດຈະກໍາທີ່ຕ້ອງປະຕິບັດທັງໝົດ 113 ກິດຈະກໍາ ໃນ 27 ບ້ານເປົ້າໝາຍ ເຊິ່ງໃຊ້ງົບປະມານທັງໝົດ 6 ຕື້ກວ່າກີບ.

ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມທຸກຂະແໜງການທີ່ກ່ຽວຂ້ອງ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຂອງຕົນຕໍ່ວຽກງານ 030 ຢ່າງກົງໄປກົງມາ.

About admin11