4 ປີ ໜຶ່ງດວງໃຈ ປະກອບສ່ວນຊ່ວຍເຫຼືອສັງຄົມ ເກືອບ 8 ຕື້ກີບ

ກອງທຶນໜຶ່ງດວງໃຈ ໄດ້ຕັ້ງໜ້າປະກອບສ່ວນຊ່ວຍເຫຼືອສັງຄົມ ໄດ້ດີຕະຫລອດມາ ເປັນຕົ້ນແມ່ນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ອື່ນໆ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ 2020 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ.

ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ສ້າງຕັ້ງຂຶ້ນໃນວັນທີ 14 ມີນາ 2016 ຈຸດປະສົງເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາແຂວງ, ຊ່ວຍເຫຼືອຜູ້ທຸກຍາກດ້ອຍໂອກາດ, ຜູ້ຖືກອຸທົກກະໄພ, ປັບປຸງຂະແໜງການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆ ຕາມຄວາມສາມາດຕົວຈິງ. ແຫຼ່ງທຶນທີ່ນຳໄປຊ່ວຍເຫຼືອສັງຄົມ ແມ່ນໄດ້ມາຈາກການລະດົມທຶນຈາກສະມາຊິກກອງທຶນ, ຈາກການຂາຍເສື້ອໜຶ່ງດວງໃຈ ແລະ ປາແດກແຊບ, ກິດຈະກຳຫາລາຍໄດ້ ເປັນຕົ້ນແມ່ນການຂາຍເຄື່ອງຫາລາຍໄດ້ ໃນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ການແຂ່ງຂັນກິລາມິດຕະພາບການກຸສົນ ແລະ ອື່ນໆ, ພ້ອມນັ້ນ ຍັງໄດ້ລະດົມທຶນຮອນ ແລະ ວັດຖຸສິ່ງຂອງ ຈາກທຸກພາກສ່ວນໃນສັງຄົມ.

ໃນໄລຍະຜ່ານມາ ດ້ານວຽກງານສຶກສາທິການ ແລະ ກິລາ ສາມາດກໍ່ສ້າງ ແລະ ສ້ອມແປງໂຮງຮຽນ ຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ເຊັ່ນ: ໂຮງຮຽນອານຸບານ, ປະຖົມ, ມໍ ຕົ້ນ ແລະ ມໍ ປາຍ ໃນທົ່ວແຂວງ, ກໍ່ສ້າງໃໝ່ໄດ້ 20 ຫຼັງ ແລະ ສ້ອມແປງໄດ້ 30 ຫຼັງ, ຕິດຕັ້ງເຄື່ອງຄອມພິວເຕີໃຫ້ໂຮງຮຽນ 20 ຊຸດ, ເຄື່ອງຕັດຫຍິບ 9 ໜ່ວຍ, ປະກອບໂຕະຕັ່ງ ແລະ ເຄື່ອງໄຟຟ້າຄົບຊຸດ, ສໍາລັບໂຮງຮຽນອະນຸບານ ໄດ້ປະກອບເຄື່ອງຫຼີ້ນໃນຫ້ອງ, ນອກຫ້ອງຮຽນ, ອຸປະກອນການຮຽນ-ການສອນ, ມີຫ້ອງອາບນໍ້າ ແລະ ຫ້ອງນ້ຳສະອາດ ເປັນມູນຄ່າທັງໝົດ 5,6 ຕື້ກີບ ໃນນັ້ນ ເປັນການປະກອບສ່ວນແຮງງານຂອງປະຊາຊົນ ມູນຄ່າ 1,5 ຕື້ກ່ວາກີບ.

ດ້ານສາທາລະນະສຸກ ໄດ້ຊ່ວຍເຫຼືອອຸປະກອນການແພດ ເຊັ່ນ: ເຄື່ອງນຸ່ງເຂົ້າຜ່າຕັດ, ເຄື່ອງອົບເດັກນ້ອຍ 2 ເຄື່ອງ, ເຄື່ອງກວດເລືອດ, ເຄື່ອງກອງນ້ຳ, ສ້າງສາລາພັກຜ່ອນ, ລົດອຳບູລັງ 2 ຄັນໃຫ້ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນເມືອງຄຳເກີດ, ສ້ອມແປງໃໝ່ໂຮງໝໍຊຸມຊົນເມືອງຄຳເກີດ, ກໍ່ສ້າງໂຮງເຢັນໃຫ້ໂຮງໝໍຊຸມຊົນເມືອງປາກກະດິງ, ແຈກຢາຍອາຫານທ່ຽງໃຫ້ໂຮງໝໍແຂວງ ແລະ ໂຮງໝໍທະຫານ ໃນວັນສຳຄັນຕ່າງໆຂອງຊາດ-ຂອງພັກ, ປະກອບສ່ວນສົມທົບທຶນຕ້ານໂຄວິດ-19 ຂັ້ນສູນກາງ ຈຳນວນ 100 ລ້ານກີບ, ປະກອບສ່ວນຕ້ານໂຄວິດ-19 ນໍາແຂວງ ດ້ວຍການແຈກອາຫານ ໃຫ້ຜູ້ເຝົ້າລະວັງຢູ່ສູນກັກກັນພະຍາດໂຄວິດຂອງແຂວງ ແລະ ອຸປະກອນປ້ອງກັນຕ້ານໂຄວິດຈຳນວນໜຶ່ງ ລວມມູນຄ່າທັງໝົດ 1 ຕື້ກ່ວາກີບ.

ນອກນັ້ນ ຍັງໄດ້ປະກອບທຶນໝູນວຽນ, ຊ່ວຍກໍ່ສ້າງສ້ອມແປງ ແລະ ອຸປະກອນການຝຶກສີມືແຮງງານ ໃຫ້ສູນບຳບັດໜອງດົງ ຈຳນວນ 120 ລ້ານກີບ, ມອບລົດດັບເພິງໃຫ້ ປກສ ແຂວງ ຈຳນວນ 2 ຄັນ, ສ້າງຂົວອູ່ຢູ່ເມືອງໄຊຈຳພອນ, ຊ່ວຍສູນວັດທະນະທຳເດັກ, ຊ່ວຍບັນດາແຂວງພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ 90 ລ້ານກີບ, ຊ່ວຍເຫຼືອຕ້ານໄພໜາວ, ຄອບຄົວອານາຖາ ແລະ ຄອບຄົວຖືກອຸທົກກະໄພ ແລະ ອື່ນໆ ລວມມູນຄ່າ 1,3 ຕື້ກ່ວາກີບ, ລວມການຊ່ວຍເຫຼືອທັງໝົດ 7,9 ຕື້ກ່ວາກີບ.

ສຳລັບທິດທາງແຜນການໃນຕໍ່ໜ້າ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຈະໄດ້ສືບຕໍ່ສ້າງກິດຈະກຳ ເພື່ອຫາແຫຼ່ງທຶນ ແລະ ລະດົມ ຈາກທຸກພາກສ່ວນໃນສັງຄົມ ດ້ວຍຄວາມສະໝັກໃຈໃຫ້ດີກ່ວາເກົ່າ, ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງເກັບກຳຂໍ້ມູນເປົ້າໝາຍ ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ສືບຕໍ່ພັດທະນາຂົງເຂດສຶກສາ, ສາທາ, ໂຄງການຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຕໍ່ການປະຕິວັດ ເຊັ່ນ: ການສ້າງເຮືອນ “ສາຍໃຈ” ຕາມຄວາມສາມາດ ແລະ ສືບຕໍ່ຊ່ວຍເຫຼືອຂົງເຂດອື່ນໆ.

About admins14