ໜ່ວຍພັກອົງການໄອຍະການປະຊາຊົນເຂດ 01 ແຂວງບໍລິຄໍາໄຊ ສະຫຼຸບວຽກງານພັກ ປະຈໍາ 03 ເດືອນ


ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກອົງການໄອຍະການປະຊາຊົນເຂດ 1 ແຂວງບໍລິຄໍາໄຊ ປະຈໍາ 03 ເດືອນ ( ກໍລະກົດ, ສິງຫາ ແລະ ກັນຍາ ) ໄດ້ໄຂຂື້ນໃນ ຕອນບ່າຍ ວັນທີ 29 ຕຸລາ 2020 ໂດຍການເປັນປະທານ ຂອງສະຫາຍ ກົງທອງ ແກ້ວວິໄລ ຮອງເລຂາໜ່ວຍພັກອົງການໄອຍະການປະຊາຊົນເຂດ 01, ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຜັນ ທໍາມະວົງ ຮອງເລຂາໜ່ວຍພັກຮາກຖານອົງການໄອຍະການປະຊາຊົນແຂວງ, ມີຄະນະໜ່ວຍພັກ, ແຂກຖືກເຊີນ, ພ້ອມດ້ວຍສະມະຊິກພັກ ສົມບູນ-ສໍາຮອງ ເຂົ້າຮ່ວມ.


ໃນໄລຍະ 03 ເດືອນຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນຳ ນຳພາສະມາຊິກພັກ ພະນັກງານລັດຖະກອນ ໂດຍໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນສໍາຄັນຕົ້ນຕໍ, ນໍາພາຮ່ວມຊີວິດພັກປະຈໍາເດືອນເປັນປົກກະຕິຕໍ່ເນື່ອງ ໂດຍຕິດພັນກັບຄໍາຂັວນ 03 ມີ 04 ຮັບປະກັນ ຂອງອົງການໄອຍະການປະຊາຊົນສູງສຸດ ວາງອອກ, ເຮັດໃຫ້ສະມະຊິກພັກ, ພະນັກງານລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງອິດທິກໍາລັງປໍລະປັກ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

 

ດ້ານວຽກງານວິຊາສະເພາະ ໄລຍະ 03 ເດືອນຜ່ານມາ ໄດ້ຮັບ ແລະ ຄົ້ນຄວ້າສໍານວນຄະດີອາຍາ ຈໍານວນ 24 ເລື່ອງ, ສາມາດແກ້ໄຂໄດ້ 17 ເລື່ອງ, ພວມດໍາເນີນ 07 ເລື່ອງ, ສົ່ງໃຫ້ເຈົ້າໜ້າຕໍາຫຼວດຄືນ 05 ເລື່ອງ, ສັ່ງຟ້ອງສານຕັດສີນ 08 ເລື່ອງ, ສົ່ງໃຫ້ໄອຍະການແຂວງ 05 ເລື່ອງ, ຊັດມ້ຽນ 02 ເລື່ອງ, ໄດ້ຮັບສໍານວນຄະດີແພ່ງ 08 ເລື່ອງ, ສາມາດແກ້ໄຂແລ້ວ 08 ເລື່ອງ, ສົ່ງສານຕັດສີນ 08 ເລື່ອງ, ລົງກວດກາສະຖານທີ່ກັກຕົວ, ຄ້າຍຄຸມຂັງ-ດັດສ້າງ ໄດ້ 12 ຄັ້ງ, ເຂົ້າຮ່ວມປະຊຸມສານໄດ້ 07 ຄັ້ງ ຕັດສິນຄະດີ 15 ເລື່ອງ, ສົມທົບກັບຂະແໜງປະຕິບັດຄໍາຕັດສີນຂອງສານ ລົງກວດກາ, ປະເມີນລາຄາຊັບສິນຂອງຈໍາເລີຍ ເພື່ອຂາຍມາໃຊ້ແທນຄ່າເສຍຫາຍຕ່າງໆ ໄດ້ 03 ຄັ້ງ, ມີຄະດີອາຍາ 216 ເລື່ອງ, ປະຕິບັດໄດ້ 02 ເລື່ອງ, ຍັງຄ້າງປະຕິບັດ 214 ເລື່ອງ, ມອບເງິນໃຫ້ຜູ້ເສຍຫາຍ 800.000 ກີບ ແລະ 7.000 ບາດ, ມີຄະດີແພ່ງ 228 ເລື່ອງ, ປະຕິບັດໄດ້ 02 ເລື່ອງ, ບໍ່ສາມາດປະຕິບັດໄດ້ 04 ເລື່ອງ, ຍັງຄ້າງ 226 ເລື່ອງ, ໄດ້ມອບເງີນໃຫ້ຜູ້ເສຍຫາຍ 29.150.000 ກີບ, ໄດ້ອອກຄໍາສັ່ງກັກຕົວ, ປ່ອຍຕົວ, ກັກຂັງພາງ ແລະ ອື່ນໆໄດ້ 182 ສະບັບ, ລົງກວດກາສະຖານທີ່ເກີດເຫດໄດ້ 05 ຄັ້ງ.

ຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກສະຫາຍ ບຸນຜັນ ທໍາມະວົງ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ເຊິ່ງໄດ້ສະແດງຄໍາຍ້ອງຍໍຊົມເຊີຍ ຄະນະໜ່ວຍພັກ, ສະມະຊິກພັກ ທຸກສະຫາຍ ທີ່ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກ – ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊຸນ້ຳໃຈຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີແໜ້ນແຟ້ນ ເພື່ອເຮັດສຳເລັດຫນ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.

 

About admin11