ໄຕມາດ 2 ກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ລະດົມທຶນໄດ້ 1 ຕື້ ກວ່າກີບ ຊ່ວຍເຫຼືອສັງຄົມ 357 ລ້ານ ກວ່າກີບ

ກອງປະຊຸມສະຫຼຸບໄຕມາດ 2 ປະຈຳ 3 ເດືອນ 4-5-6 ກອງທຶນໜຶ່ງດວງໃຈບໍລະຄຳໄຊຊ່ວຍເຫຼືອສັງຄົມ ໄດ້ຈັດຂື້ນໃນຕອນບ່າຍວັນທີ 20 ມີຖຸນາ 2023 ຢູ່ຫ້ອງປະຊຸມສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ມີຄະນະປະທານ ແລະ ສະມາຊິກກອງທຶນ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດໄລຍະ 3 ເດືອນຜ່ານມາ ຍົກໃຫ້ເຫັນຜົນສຳເລັດ ແລະ ຂໍ້ຄົງຄ້າງ, ໄດ້ຮັບເງິນສົມທົບທຶນທັງໝົດ 1.359.526.000 ກີບ, ໃນນັ້ນໄດ້ຮັບຈາກແຂວງຮ່າຕີ້ງ ສສ ຫວຽດນາມ 1.209.526.000 ກີບ, ຈາກບັນກາພະແນກການ, ເມືອງ ແລະ ບໍລິສັດ 145.000.000 ກີບ, ບໍລິສັດປາໂນ່ 5.000.000 ກີບ, ນັກທຸລະກິດແຂວງ 20.000 ບາດ. ໄດ້ຈັດຊື້ມອບ-ຮັບຕັ່ງນັ່ງສະແຕນເລດ 4 ບ່ອນນັ່ງ ຈຳນວນ 50 ຊຸດ ໃຫ້ໂຮງໝໍແຂວງມູນຄ່າ 75.000.000 ກີບ, ຊື້ວັດສະດຸສ້ອມແປງໂຮງຮຽນ ມສ ສົມມຸງຄຸນ ເມືອງບໍລິຄັນ 169.307.500 ກີບ, ມອບຕັ່ງສະແຕນເລດ 3 ບ່ອນນັ່ງ ໃຫ້ໂຮງໝໍທະຫານແຂວງ ມູນຄ່າ 17.719.000 ກີບ, ສົມທົບທຶນສ້າງສະໂມສອນໂຮງຮຽນ ມໍຕົ້ນ ໂພສີ ເມືອງປາກຊັນ 45.080.000 ກີບ, ມອບເຄື່ອງນຸ້ງເຂົ້າໃນການສະແດງສິລະປະສູນວັດທະນະທຳເດັກແຂວງບໍລິຄຳໄຊ ຈຳນວນ 2 ຄັ້ງ ມູນຄ່າ 25.185.000 ກີບ, ມອບລົດມອດໄຟໃຫ້ ປກສ ເມືອງຄຳເກີດ ຈຳນວນ 1 ຄັນ, ມອບເງິນຊື້ວັດສະດຸເພື່ອບູລະນະສ້ອມແປງ ໂຮງຮຽນມໍປາຍປາກຊັນ ໄລຍະທີ 1 ຈໍານວນ 207ກ721.000 ກີບ.

ນອກນັ້ນຄະນະປະທານກອງທຶນ ແລະ ສະມາຊິກ ໄດ້ສົມທົບທຶນປະກອບສວ່ນ ສ້າງໂຮງທານໃນງານສົມໂພດພຣະມີ່ງເມືອງ 11.950.000 ກີບ ໂດຍບໍ່ໃຊ້ເງິນກອງທຶນ ແລະ ໄດ້ປະດັບປະດາດອກໄມ້ໜາກເບັງໃຫຍ່ເພື່ອບູຊາພຣະພຸດທະຮູບມີ່ງເມືອງຂອງແຂວງ ໃນງານປີໃໝ່ລາວ ປະຈຸບັນຍອດເງິນກອງທຶນຍັງເຫຼືອ 2 ຕື້ກວ່າກີບ, 57 ພັນກວ່າບາດ ແລະ 45 ພັນກວ່າໂດລາ. ໃນໄລຍະ 3 ເດືອນຜ່ານມາ ໄດ້ຮັບໃບຍ້ອງຈາກທ່ານເຈົ້າແຂວງບໍລິຄຳໄຊ ຈຳນວນ 1 ໃບ ແລະ ຈາກຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຈົ້າເມືອງປາກຊັນ, ກອງບັນຊາການທະຫານແຂວງ ແລະ ເຈົ້າເມືອງຄຳເກີດ 1 ໃບ.

ສຳລັບທິດທາງແຜນການ 3 ເດືອນຕໍ່ໜ້າ ຈະສູມໃສ່ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມຂະບວນການ, ສືບຕໍ່ກໍ່ສ້າງເຮືອນສາຍໃຈໃຫ້ແກ່ພະນັກງານບໍານານເສຍອົງຄະ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຊາດ ຈຳນວນ 2 ຫຼັງ ຢູ່ເມືອງບໍລິຄັນໃຫ້ສຳເລັດ, ສືບຕໍ່ບູລະນະສ້ອມແປງໂຮງຮຽນ ມໍປາຍປາກຊັນ, ຂຶ້ນແຜນສ້າງສາລາຢູ່ໂຮງໝໍແຂວງ ຈຳນວນ 2 ຫຼັງ ແລະ ສ້າງແຜນ ບູລະນະສ້ອມແປງຫ້ອງພັກປີ່ນປົວ ຈຳນວນ 3 ຫ້ອງ, ສ້າງແຜນສ້າງຫໍສະໝຸດ ແລະ ຫ້ອງວາງສະແດງ ຢູ່ສວນອານຸສາວະລີທ່ານສີສົມພອນລໍວັນໄຊ, ສ້າງແຜນບູລະນະສູນວັດທະນາທຳເດັກແຂວງ ແລະ ປະສານສົມທົບຄົ້ນຄວ້າກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄັດເລືອກເປົ້າໝາຍໃນການຊ່ວຍເຫຼືອ.

About admins14