ໄຊຈຳພອນ ສໍາເລັດຝຶກອົບຮົມ ນັກຂ່າວ, ໂຄສົກ ແລະ ນັກຈັດລາຍການ

ໃນວັນທີ 8 ພະຈິກ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມນັກຂ່າວ – ໂຄສົກ ໃຫ້ກົມກອງຫ້ອງການພາຍໃນເມືອງ, ເປັນປະທານໂດຍ ທ່ານ ນາງ ນົງສີ ເພັດພູທອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ໃຫ້ກຽດເຂົ້າຮ່ວມ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີຫົວໜ້າຫ້ອງການ, ທີມງານຄູຝຶກອົມຮົມ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານການເຄື່ອນໄຫວ ໃນບັ້ນຝຶກອົບຮົມ ລະຫວ່າງ ວັນທີ 7 – 8 ພະຈິກ 2022 ໂດຍໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຫຼັກການ ແລະ ທັກສະການຂຽນຂ່າວບົດປະກອບສຽງວິທະຍຸ, ການເປັນໂຄສົກ, ນັກຈັດລາຍການ, ທັກສະການອ່ານຂ່າວ ແລະ ບົດປະກອບສຽງວິທະຍຸ, ການຜະລິດສະປອດ, ການຈັດລາຍການສົດ, ການນໍາໃຊ້ສື່ໃໝ່ເຂົ້າໃນການຈັດລາຍການວິທະຍຸ, ເຕັກນິກການນໍາໃຊ້ຫ້ອງອັດ – ຫ້ອງສົ່ງສຽງຂອງວິທະຍຸ, ການຕັດຕໍ່ພາບວິດີໂອ ແລະ ການຕັດຕໍ່ສຽງ.

ຜ່ານການຝຶກອົບຮົມ ເຫັນໄດ້ວ່າສຳມະນາກອນແມ່ນມີຄວາມເຂົ້າໃຈ, ສອບຖາມບົດຮຽນແລກປ່ຽນເຊີ່ງກັນ ແລະ ກັນ ເຮັດໃຫ້ວຽກງານສື່ມວນຊົນ ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື້ອງ ເພື່ອຜັນຂະຫຍາຍວຽກງານການເມືອງຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ໃຫ້ສັງຄົມຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ.

ຫຼັງຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ເປັນກຽດມອບໂດຍ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ.

About admins14