ເລີ່ມແລ້ວການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍຊິງຂັນທ່ານເຈົ້າແຂວງ ປະຈໍາປີ 2022

ການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊີງຂັນທ່ານເຈົ້າແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາ 2022 ຢູ່ເດີນເຕະບານເມືອງປາກຊັນ ແລະ ເດີ່ນກິລາໂຮງຮຽນມັດທະຍົມຕົ້ນໂພສີ ໂດຍມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝືກ ແລະ ທີມນັກກິລາ ຕາງໜ້າຂອງໂຮງຮຽນທົ່ວແຂວງ ເຂົ້າຮ່ວມ.

ທ່ານ ຄໍາມອນ ອ້ວນວິໄລ ຫົວໜ້າຄະແໜງກິລາລະດັບສູງ ຄະນະຮັບຜິດຊອບຈັດການແຂງຂັນ ໄດ້ໃຫ້ສຳພາດວ່າ: ການແຂ່ງຂັນບານເຕະໃນຄັ້ງນີ້ກໍ່ເພື່ອ ເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ລາວ-ຫວຽວນາມ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວຫວຽດນາມ ຄົບຮອບ 45 ປີ ໃຫ້ເປັນຂະບວນຟົດຟື້ນ.

ສຳລັບການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ໃນຄັ້ງນີ້ ແມ່ນໄດ້ຈັດການແຂ່ງຂັນຢູ່ເດີ່ນກິລາເມືອງປາກຊັນ ແລະ ເດີນກິລາໂຮງຮຽນມັດທະຍົມຕົ້ນໂພສີ, ມີທີມເຂົ້າຮ່ວມທັງໝົດ 16 ທີມ ແລະ ມີ 2 ລາຍການແຂ່ງຂັນ ປະກອບດ້ວຍທີມບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ປະເພດຊາຍ ແລະ ທີມບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ປະເພດຍິງ, ໂດຍການແຂ່ງຂັນຈະໄດດໍາເນີນໄປເປັນເວລາ 4 ວັນ ແຕ່ວັນທີ 20-23 ກັນຍາ ຈຶ່ງຈະສຳເລັດ.

ການແຂ່ງຂັນດໍາເນີນໄປຢ່າງຟົດຟື້ນມ່ວນຊື່ນ, ໃນຮອບຄັດເລືອກຄູ່ທຳອີດຂອງທີມບານເຕະຊາຍ ເປັນການພົບກັນລະຫວ່າງ ທີມມັດທະຍົມສົມບູນປາກງຽບ ພົບ ກັບທີມປາກກະດິງ, ຜ່ານການແຂ່ງຂັນເປັນທີມປາກກະດິງຫຼີ້ນໄດ້ດີກວ່າ ໂດຍມີການຕໍ່ບານທີ່ດີ ແລະ ເປີດເກັມບຸກໃສ່ຢ່າງຕໍ່ເນື່ອງ ສາມາດເອົາຊະນະທີມມັດທະຍົມສົມບູນປາກງຽບ ໄປໄດ້ດ້ວຍ 2 ປະຕູ ຕໍ່ 1, ຄູ່ທີ 2 ທີມປາກຊັນ FC ເອົາຊະນະຟາວ ທີມມັດທະຍົມສົມບູນສີທານາໄຊ, ຄູທີ 3 ທີມມັດທະຍົມປາຍປາກຊັນ 1 ເອົາຊະນະ ທີມມັດທະຍົມສົມບູນໜອງບົວ 2 ປະຕູ ຕໍ່ 1 ແລະ ຄູ່ທີ 4 ທີມມັດທະຍົມປາຍປາກຊັນ 2 ກໍ່ເອົາຊະນະທີມ ມັດທະຍົມສົມບູນໂພນໄຊ 1 ປະຕູ ຕໍ່ 0.

ສ່ວນທີມຍິງ ຄູ່ທຳອີດ ທີມມັດທະຍົມປາກປາກຊັນ 1 ສາມາດເອົາຊະນະ ທີມມັດທະຍົມສົມບູນໜອງບົວ ຢ່າງຖະລົ່ມຖະລາຍ 10 ປະຕູ ຕໍ່ 0, ຄູ່ທີ 2 ທີມມັດທະຍົມສົມບູນສີທານາໄຊ ເອົາຊະນະ ທີມມັດທະຍົມຕົ້ນໂພສີ ໄປໄດ້ດ້ວຍ 3 ປະຕູ ຕໍ່ 0, ຄູ່ທີ 3 ທີມມັດທະຍົມຕົ້ນສິນໄຊ ເອົາຊະນະຟາວ ທີມມັດທະຍົມປາຍປາກຊັນ 2 ແລະ ຄູທີ 4 ທີມມັດທະຍົມສົມບູນໂພນໄຊ ກໍ່ເອົາຊະຊະທີມ ມັດທະຍົມສົມບູນປາກງຽບ 2 ປະຕູ ຕໍ່ 1.

About admins14