ເມືອງວຽງທອງ ຈັດການແຂ່ງຂັນຊ່ວງເຮືອອອກພັນສາ ປະຈໍາປີ 2022

ໃນລະຫວ່າງວັນທີ 12 – 13 ຕຸລາ 2022 ທີ່ທ່າຄູກັນນໍ້າບ້ານນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄຳໄຊ  ໄດ້ຈັດງານບຸນຊ່ວງເຮືອອອກພັນສາປະວໍລະນາປະຈໍາປີ 2022 (ພສ 2565) ປະເພດ 12 ສີພາຍ, ເປັນກຽດເຂົ້າຮ່ວມເປັນປະທານກິດຕິມະສັກໂດຍ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ໂດຍມີການນຳຂັ້ນເມືອງ ແລະ ມວນຊົນພາຍໃນເມືອງ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ໃນການແຂ່ງຂັນຄັ້ງນີ້ ມີທີມເຮືອປະເພດ 12 ສີພາຍເຂົ້າຮ່ວມທັງໝົດ 34 ທີມ ແບ່ງອອກເປັນ 3 ປະເພດ ຄື: ທີມຊາຍທົ່ວໄປ 20 ທີມ, ທີມຍິງ 6 ທີມ, ທີມການນໍາ 8 ທີມ, ຜ່ານການແຂ່ງຂັນ ມີຜົນດັ່ງນີ້: ທີມຊະນະເລີດເພດຊາຍທົ່ວໄປໄດ້ແກ່ ທີມຫຼານປູ່ຈັນ ໄດ້ຮັບລາງວັນ ເງິນສົດ 4.000.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບທີ 2 ທີມ ອັງເປົາ ໄດ້ຮັບ ເງິນສົດ 2.500.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 3 ທີມກອງພັນ 617 ໄດຮັບລາງວັນເງິນສົດ 1.500.000 ກີບ.

ເພດຍິງ ອັນດັບທີ 1 ທີມແມ່ຍິງບ້ານນໍ້າກ້າງ ໄດ້ຮັບລາງວັນ ເງິນສົດ 3.000.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 2 ທີມແມ່ຍິງຫ້ອງການກະສິກຳເມືອງ ໄດ້ຮັບລາງວັນ 2.000.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 3 ທີມແມ່ຍິງບ້ານຈອມທອງ ໄດ້ຮັບລາງວັນ ເງິນສົດຈໍານວນ 1.000.000 ກີບ.

ທີມການນໍາ ອັນດັບທີ 1 ທີມ ຫ້ອງການກະສິກຳ – ປ່າໄມ້ເມືອງ ໄດ້ຮັບລາງວັນເງິນສົດ 1.500.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບທີ 2 ທີມກອງບັນຊາການທະຫານເມືອງ ໄດ້ຮັບລາງວັນເງິນສົດ 800.000 ກີບ ພ້ອມຂັນ 1 ໜ່ວຍ.

About admins16