ເມືອງວຽງທອງ ຈັດກອງປະຊຸມວຽກງານລະດົມພົນ ປະຈໍາປີ 2021

ໃນວັນທີ 22 ຕຸລາ 2021 ຢູ່ຫ້ອງປະຊຸມກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມວຽກງານລະດົມພົນປີ 2021 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ມີຄະນະກໍາມະການລະດົມພົນຂັ້ນເມືອງ, ນາຍ ແລະ ພົນທະຫານ ພາຍໃນກົມກອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານລະດົມພົນປະຈໍາປີ 2021, ຜ່ານແຈ້ງການແນະນໍາເພີ່ມເຕີມຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ, ບົດສະຫຼຸບວຽກງານລະດົມພົນທະຫານໃໝ່ ປະຈໍາປີ 2020 ແລະ ແຜນການລະດົມພົນ ປີ 2021.

ປີ 2020 ຜ່ານມາ ເມືອງວຽງທອງ ສາມາດລະດົມພົນໄດ້ຕາມຕົວເລກຄາດໝາຍ ທີ່ຂັ້ນເທີງແບ່ງປັນໃຫ້ຈໍານວນ 13 ສະຫາຍ, ສະເພາະແຜນການຕົວເລກຄາດໝາຍລະດົມພົນທະຫານໃໝ່ປີ 2021 ທີ່ຂັ້ນເທີງມອບໃຫ້ເມືອງວຽງທອງ ແມ່ນມີ ຈໍານວນ 15 ສະຫາຍ ເພື່ອຊັບຊ້ອນໃຫ້ແຂວງ ຈໍານວນ 9 ສະຫາຍ, ຊໍ 01 ຈໍານວນ 6 ສະຫາຍ.

ໃນການຄັດເລືອກເອົາທະຫານໃໝ່ແມ່ນຕ້ອງປະຕິບັດຕາມມາດຖານ-ເງື່ອນໄຂຂອງທະຫານພັນທະ ເພື່ອຮັບປະກັນຄວາມປອດໃສໃຫ້ມີປະສິດຕິພາບສູງ ແລະ ຕາມຫຼັກການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຜູ້ທີ່ເຂົ້າມາສະໝັກ ຕ້ອງໄດ້ສັກວັກຊິນກັນພະຍາດໂຄວິດ-19 ຄົບຕາມລະບຽບການ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນແລກປ່ຽນໃນການຈັດຕັ້ງຜ່ານມາມີຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງເພື່ອພ້ອມກັນແກ້ໄຂຈຸດຄົງຄ້າງ ແລະ ສົ່ງເສີມຈຸດດີ ແລ້ວເອກະພາບກັນນຳໄປຈັດຕັ້ງປະຕິບັດໃນການລະດົມພົນປີນີ້ໃຫ້ໄດ້ຮັບຜົນຕາມຄາດໝາຍ.

About admins14