ເມືອງປາກຊັນປຶກສາຫາລື ຄົ້ນຄວ້າຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ

ກອງປະຊຸມ ປຶກສາຫາລື ຄົ້ນຄວ້າຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ ແລະ ເຜີຍແຜ່ນິຕິກຳສົ່ງເສີມຫັດກາຍຍະບໍລິຫານ, ອອກກຳລັງກາຍ ແລະ ຫຼີ້ນກິລາ ເພື່ອສຸຂະພາບ ຂອງມວນຊົນ ຂອງເມືອງປາກຊັນ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມຂອງທ່ານ ໂພຄໍາຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບໍລິຄຳໄຊ ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ ຕະຫຼອດຮອດພະນັກງານ ຄູ-ອາຈານເຂົ້າຮ່ວມ.

ຈຸດປະສົງຂອງການເປີດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການປະຕິບັດຕາມແຜນພັດທະນາສຶກສາຂອງພະແນກສຶກສາທິການ ແລະ ກິລາແຂວງ 5 ປີ 2021-2025 ໃຫ້ປະກົດຜົນເປັນຈິງ, ຍັງໄດ້ເຜີຍແຜ່ນິຕິກໍາສົ່ງເສີມຫັດກາຍຍະບໍລິຫານ, ອອກກໍາລັງກາຍແລະຫຼິ້ນກິລາເພື່ອສຸຂະພາບຂອງສັງຄົມ ແລະ ເພື່ອເຮັດໃຫ້ບັນລຸ 15 ຄາດໝາຍຂອງຂະແໜງການສຶກສາຕາມທີ່ວາງໄວ້, ຍັງເປັນການປຶກສາຫາຫຼືຫຼຸດຜ່ອນອັດຕາການປະລະຂອງນັກຮຽນ, ທີ່ປະຊຸມທ່ານ ຄໍາແວ່ນ ປັນຍານຸວົງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນໄດ້ລາຍງານອັດຕາປະລະການຮຽນໃຫ້ຮູ້ວ່າ: ຕໍ່ກັບສະພາບສັງຄົມໃນປະຈຸບັນເຮັດໃຫ້ນັກຮຽນແລ່ນນໍາກະແສສັງຄົມຄອບຄົວຂາດເຂີນແລະຂາດແຮງງານຮັບໃຊ້ວຽກຄອບຄົວເຮັດໃຫ້ນັກຮຽນປະລະການຮຽນເກີດປະກົດການຫຍໍ້ທໍ້ໃນສັງຄົມຜູ້ປົກຄອງສ່ວນຫຼາຍຄິດວ່າຮຽນຈົບໄປກໍ່ບໍ່ໄດ້ໄປປະກອບອາຊີບຕາມສາຍທີ່ຮຽນຈົບມາ ແລະ ຊອກວຽກເຮັດງານທໍາໄດ້ຍາກເຫັນໄດ້ຫຼາຍໃນສັງຄົມປະຈຸບັນ ເຊີ່ງວ່າໃນສົກຮຽນ 2022-2023 ໂຮງຮຽນມັດທະຍົມຕົ້ນ ແລະ ຕອນປາຍທົ່ວເມືອງໃນຕົ້ນເດືອນກັນຍາມີນັກຮຽນທັງໝົດ: 4.557 ຄົນ ຍິງ 2.305 ຄົນ ມາເຖີງເດືອນພຶດສະພາ ມີນັກຮຽນທັງໝົດ4.422 ຄົນຍິງ 2.237ຄົນ ແລະ ມີນັກຮຽນທີ່ປະລະການຮຽນໃນສົກປີ 2022–2023 ຈໍານວນທັງໝົດ: 135 ຄົນ, ຍິງ 68 ຄົນ.

ນອກຈາກນີ້ ທາງຫ້ອງການສຶກສາທິການ ແລະ ກິລາເມືອງຍັງໄດ້ສົມທົບກັບຄູ-ອາຈານລົງປະເມີນ, ເກັບກໍາຂໍ້ມູນນັກຮຽນທີ່ອ່ານພາສາລາວບໍ່ອອກແລະຂຽນບໍ່ເປັນ, ຄິດໄລ່ເລກ 4 ປະການບໍ່ໄດ້ ແລະ ຍັງໄດ້ລາຍງານຕໍ່ຜູ້ປົກຄອງວ່າລູກຂອງຕົນຈະຕ້ອງໄດ້ຈັດການບໍາລຸງຜູ້ປົກຄອງຕ້ອງມີສ່ວນຮ່ວມກັບຄູອາຈານຕ່າງຝ່າຍຕ່າງມີສ່ວນຮ່ວມປຸກລະດົມຂົນຂວຍຊ່ວຍກັນ.

About admins16